ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິງ​ເຫ້​ວ ເຂົ້າ​ຢ້ຽມ​ຂ່ຳ​ນັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ແລະ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ​ສ.ເກົາຫຼີ

(VOVWORLD) -  ໃນຂອບເຂດການຢ້ຽມຢາມ ສ.ເກົາຫຼີ, ວັນທີ 21 ມິຖຸນາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິງເຫ້ວ ໄດ້ເຂົ້າຢ້ຽມຂ່ຳນັບທ່ານ ນາຍົກລັດຖະມົນຕີ ສ.ເກົາຫຼີ Lee Nak-yon ແລະ ທ່ານ ປະທານສະພາແຫ່ງຊາດ ສ.ເກົາຫຼີ Mun Hi Sang.
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິງ​ເຫ້​ວ ເຂົ້າ​ຢ້ຽມ​ຂ່ຳ​ນັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ແລະ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ​ສ.ເກົາຫຼີ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິງເຫ້ວ ແລະ ທ່ານ ນາຍົກລັດຖະມົນຕີ ສ.ເກົາຫຼີ Lee Nak-yon (ພາບ: TTXVN)

ຕີລາຄາສູງຕໍ່ເລື່ອງພັດທະນາການພົວພັນຮ່ວມມືໃນທຸກຂົງເຂດລະຫວ່າງ ສອງປະເທດ, ເປັນຕົ້ນແມ່ນ ເສດຖະກິດ ແລະ ການພົວພັນແລກປ່ຽນປະຊາຊົນ, ສອງຝ່າຍໄດ້ເຫັນດີໂດຍຖືວ່າ ເລື່ອງການນຳຂັ້ນສູງ ແລະ ທຸກຂັ້ນຂອງສອງປະເທດມີການພົວພັນແລກປ່ຽນ, ພົບປະກັນເປັນປະຈຳ, ມີຄວາມສຳຄັນໃນການເພີ່ມທະວີຄວາມເຂົ້າໃຈ ແລະ ໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ສ້າງສະພາບແວດລ້ອມທີ່ສະດວກໃຫ້ແກ່ການພັດທະນາຂອງການພົວພັນລະຫວ່າງ ຫວຽດນາມ - ສ.ເກົາຫຼີ, ເນັ້ນໜັກເຖິງຄວາມໃກ້ຊິດດ້ານພູມີສາດ, ຄວາມຄ້າຍຄືກັນດ້ານວັດທະນະທຳ, ໜູນຊ່ວຍເຊິ່ງກັນແລະກັນ  ກ່ຽວກັບເສດຖະກິດ, ການແບ່ງປັນຜົນປະໂຫຍດຍຸດທະສາດ ກ່ຽວກັບສັນຕິພາບ ແລະ ການພັດທະນາ, ພ້ອມກັບປະຊາຄົມຊາວ ຫວຽດນາມ ຢູ່ ສ.ເກົາຫຼີ ກ່ວາ 210 ພັນຄົນ  ແລະ ຊາວ ສ.ເກົາຫຼີ ຢູ່ ຫວຽດນາມ ກ່ວາ 160 ພັນຄົນ ກຳລັງ ແລະ ຈະແມ່ນພື້ນຖານອັນໜັກແໜ້ນເພື່ອໃຫ້ນຳໃຈມິດຕະພາບ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ສອງປະເທດສືບຕໍ່ໄດ້ຮັບການພັດທະນາຢ່າງແຮງກ່ວາອີກໃນໄລຍະຈະມາເຖິງ. ທ່ານ ປະທານສະພາແຫ່ງຊາດ ສ.ເກົາຫຼີ ຢັ້ງ ຢືນວ່າ ບັນດາພັກການເມືອງ ສ.ເກົາຫຼີ ລ້ວນແຕ່ຖືເປັນສຳຄັນ ແລະ ເຫັນດີເປັນເອກະພາບສູງຕໍ່ແຜນນະໂຍບາຍເພີ່ມທະວີການພົວພັນຮ່ວມມືຢ່າງເລິກເຊິ່ງກ້ວາງຂວາງກັບ ຫວຽດນາມ, ເນັ້ນໜັກວ່າ ຫວຽດນາມ ແມ່ນປະເທດຈຸດສຸມຍຸດທະສາດໃນນະໂຍບາຍມຸ່ງໄປສູ່ໃຕ້ໃໝ່ຂອງ ລັດຖະບານ ສ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ