ທ່ານຮອງນາຍົກລັດຖະມົນຕີຫວູດຶກດາມ ເຂົ້າຮ່ວມພິທີໄຂ ສັບປະດາວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ຂອງພໍ່ແມ່ພີ່ນ້ອງຊາວເຜົ່າຈໍາໃນທົ່ວປະເທດ

(VOVWORLD) -ດ້ວຍຫົວຂໍ້ “ອະນຸລັກຮັກສາວັດທະນະທໍາຂອງຊົນເຜົ່າຈໍາ ຕິດພັນກັບການພັດທະນາການທ່ອງທ່ຽວ” ເຫດການດັ່ງກ່າວໄດ້ດຶງດູດນັກສິລະປະກອນ, ສິລະປິນ, ນັກສະແດງ, ນັກດົນຕີ... 2000 ຄົນ ທີ່ມາຈາກ 9 ແຂວງ, ນະຄອນຢູ່ພາກໃຕ້ ແລະ ທາງທິດໃຕ້ພາກກາງ ເຂົ້າຮ່ວມ.
ທ່ານຮອງນາຍົກລັດຖະມົນຕີຫວູດຶກດາມ ເຂົ້າຮ່ວມພິທີໄຂ ສັບປະດາວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ຂອງພໍ່ແມ່ພີ່ນ້ອງຊາວເຜົ່າຈໍາໃນທົ່ວປະເທດ - ảnh 1ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ໄດ້ເຂົ້າຮ່ວມ ແລະ ກ່າວຄໍາເຫັນໄຂ “ສັບປະດາວັດທະນະທໍາ, ກິລາ ແລະ ທ່ອງທ່ຽວຂອງພໍ່ແມ່ພີ່ນ້ອງຊາວເຜົ່າຈໍາ ຄັ້ງທີ 5 ປີ 2019” (ພາບ:  VGP)

  ຕອນຄໍ່າວັນທີ 19 ສິງຫາ, ຢູ່ນະຄອນຕຸຍຮວ່າ, ແຂວງຝຸອຽນ ຂອງຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ໄດ້ເຂົ້າຮ່ວມ ແລະ ກ່າວຄໍາເຫັນໄຂ “ສັບປະດາວັດທະນະທໍາ, ກິລາ ແລະ ທ່ອງທ່ຽວຂອງພໍ່ແມ່ພີ່ນ້ອງຊາວເຜົ່າຈໍາ ຄັ້ງທີ 5 ປີ 2019”. ດ້ວຍຫົວຂໍ້ “ອະນຸລັກຮັກສາວັດທະນະທໍາຂອງຊົນເຜົ່າຈໍາ ຕິດພັນກັບການພັດທະນາການທ່ອງທ່ຽວ” ເຫດການດັ່ງກ່າວໄດ້ດຶງດູດນັກສິລະປະກອນ, ສິລະປິນ, ນັກສະແດງ, ນັກດົນຕີ... 2000 ຄົນ ທີ່ມາຈາກ 9 ແຂວງ, ນະຄອນຢູ່ພາກໃຕ້ ແລະ ທາງທິດໃຕ້ພາກກາງ ເຂົ້າຮ່ວມ.

        ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຢັ້ງຢືນວ່າ ຜ່ານການຜັດປ່ຽນກັນຈັດຕັ້ງຂອງບັນດາທ້ອງຖິ່ນໃນ 5 ຄັ້ງ, ເຫດການດັ່ງກ່າວ ໄດ້ກາຍເປັນການເຄື່ອນໄຫວທີ່ມີຄວາມໝາຍດ້ານການເມືອງ, ວັດທະນະທໍາຢ່າງແທ້ຈິງ. ນີ້ແມ່ນໂອກາດເພື່ອແນະນໍາ, ເຊີດຊູ ແລະ ໂຄສະນາບັນດາຄຸນຄ່າວັດທະນະທໍາທີ່ເປັນເອກະລັກສະເພາະ ແລະ ຫຼາກຫຼາຍສີສັນຂອງພໍ່ແມ່ພີ່ນ້ອງຊາວເຜົ່າຈໍາໃນຄວາມເປັນເອກະພາບໜຶ່ງດຽວ ແຕ່ມີ ຫຼາກຫຼາຍຮູບແບບຂອງພື້ນຖານວັດທະນະທໍາຫວຽດນາມ ເຖິງປະຊາຊົນໃນທົ່ວປະເທດ ແລະ ເພື່ອນມິດສາກົນ; ປະກອບສ່ວນສ້າງຄວາມດູດດື່ມເພື່ອຊຸກຍູ້ການພັດທະນາເສດຖະກິດທ່ອງທ່ຽວຢູ່ບັນດາທ້ອງຖິ່ນ.

        “ເຫດການດັ່ງກ່າວກໍຄືບັນດາການເຄື່ອນໄຫວທີ່ແທດຈິງ ເພື່ອແນໃສ່ເພີ່ມທະວີການພົບປະແລກປ່ຽນອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່່າວັດທະນະທໍາຂອງບັນດາເຜົ່່າ ແມ່ນມີຄວາມຈໍາເປັນທີ່ສຸດ ແລະ ຕ້ອງສືບຕໍ່ຈັດຕັ້ງໃຫ້ນັບມື້ນັບເລິກເຊິ່ງກວ້າງຂວາງ ແລະ ຈັບອົກຈັບໃຈຫຼາຍກວ່າເກົ່າ. ເພື່ອໃຫ້ປະຊາຊົນພ້ອມກັນເຂົ້າຮ່ວມການຊົມໃຊ້ຄຸນຄ່າວັດທະນະທໍາ ແລະ ບັນດາຜົນງານຂອງການພັດທະນາ”.

        ແລະກໍໃນວັນດຽວກັນ, ທ່ານ ຫວູດຶກດາມ ພ້ອມດ້ວຍຄະນະປະຕິບັດງານ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນຈໍານວນ 100 ພູດ ໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມໃນບໍລິເວນເມືອງ ດົງຮວ່າ ແລະ ເຕີຍຮວ່າ, ແຂວງຝຸອຽນ.

ຕອບກັບ

ຂ່າວ/ບົດ​ອື່ນ