ທ່ານຮອງນາຍົກລັດຖະມົນຕີຫວຸູວັນນີງເປັນປະທານກອງປະຊຸມສະຫລຸບ3ປີແຫ່ງໂຄງການກໍ່ສ້າງຊົນນະບົດໃຫມ່
ທ່ານຮອງນາຍົກລັດຖະມົນຕີ ຫວູວັນນີງ ກ່າວຄຳເຫັນທີ່ກອງປະຊຸມ
ພາບ:chinhphu.vn
|
(vovworld)- ພາຍຫລັງກວ່າ 3 ປີແຫ່ງການຜັນຂະຫຍາຍຈຸດໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃຫມ່, ບັນດາທ້ອງຖິ່ນໃນເຂດທາງທິດຕາເວັນອອກພາກໃຕ້, ທິດເຫນືອພາກກາງ ແລະ ເຂດໄຕງວຽນບັນລຸໄດ້ໝາກຜົນທີ່ຕັ້ງຫນ້າຫລາຍຢ່າງ. ກ່າວຄຳເຫັນສະຫລຸບ 3 ປີແຫ່ງການປະຕິບັດໂຄງການຈຸດໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃຫມ່ ຊື່ງຖືກຈັດຂຶ້ນຢູ່ນະຄອນ ດາລາດ, ແຂວງ ເລີມດົງ, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນີງ ເນັ້ນຫນັກວ່າ:
“ຂ້າພະເຈົ້າສະເຫນີ ຄວນປຶກສາຫາລືບັນດາບັນຫາຕົ້ນຕໍຄື: ຮູບການຊີ້ນຳນຳພາຂອງພັກ, ຄະນະພັກທຸກຂັ້ນ, ອຳນາດການປົກຄອງທ້ອງຖິ່ນຕິດພັນກັບບັ້ນຂົນຂວາຍປະຊາຊົນ ຮ່ວມແຮງຮ່ວມໃຈເພື່ອກໍ່ສ້າງຊົນນະບົດໃຫມ່. ບັນດາວິທີການປ່ຽນໃຫມ່ການຜະລິດ, ຮູບແບບການຜະລິດໃຫມ່. ຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃນວິວັດການຜັນຂະຫຍາຍປະຕິບັດຢູ່ທ້ອງຖິ່ນຕົນ, ຖອດຖອນບົດຮຽນກ່ຽວກັບວິທີເຮັດທີ່ມີຫົວຄິດປະດິດສ້າງ. ນອກນັ້ນ ກົນໄກ, ນະໂຍບາຍ, ວິວັດການຂົນຂວາຍ ຕ້ອງປັບປຸງ, ເພີ່ມເຕີມ, ເຮັດແນວໃດໃຫ້ເໝາະສົມ ແລະ ເຂົ້າສູ່ຊີວິດຕົວຈິງ”