ທ່ານຮອງນາຍົກລັດຖະມົນຕີຮ່ວາງຈູງຫາຍຕ້ອນຮັບເຈົ້າຄອງນະຄອນAmsterdam

ທ່ານຮອງນາຍົກລັດຖະມົນຕີຮ່ວາງຈູງຫາຍຕ້ອນຮັບເຈົ້າຄອງນະຄອນAmsterdam - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຮ່​ວາງ​ຈູງ​ຫາຍ ຕ້ອນ​ຮັບທ່ານ Eberhart van der Laan ​​ເຈົ້າ​ຄອງ​ນະ​ຄອນ Amsterdam
ພ​່າບ:internet

(vovworld)-​ ຕອນ​ບ່າຍ​ວັນ​ທີ 9/12 ຢູ່ ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຮ່​ວາງ​ຈູງ​ຫາຍ ໄດ້​ຕ້ອນ​ຮັບທ່ານ Eberhart van der Laan ​ເຈົ້າ​ຄອງ​ນະ​ຄອນ Amsterdam ປະ​ເທດ ໂຮນ​ລັງ ພວມ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ຮ່າ​ໂນ້ຍ ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ 2 ນະ​ຄອນ. ນະ​ທີ່ນີ້, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮ່​ວາງ​ຈູງ​ຫາຍ ປາດ​ຖະ​ຫນາ​​ວ່າ: ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ ກັບ​ການ​ນຳ​ຮ່າ​ໂນ້ຍ ຂອງ​ເຈົ້າ​ຄອງ Eberhart van der Laan ຄັ້ງນີ້ ຈະ​ເປີດ​ກາ​ລະ​ໂອ​ກາດ​ຮ່ວມ​ມື​ລະ​ຫວ່າງ ສອງ​ນະ​ຄອນ. ພ້ອມ​ທັງ​ສະ​ເຫນີ​ບົດ​ຮຽນ​ການ​ຄຸ້​ມ​ຄອງ ແລະ ວາງ​ແຜນ​ຜັງ​ຕົວ​ເມືອງ,  Amsterdam ຈະ​ຮ່ວມ​ມື​ຢ່າງ​ແຫນ້ນ​ແຟ້ນ​ກັບ​ນະ​ຄອນ​ຫລວງ ຮ່າ​ໂນ້ຍ ກ່ຽວ​ກັບ​ການ​ວາງ​ແຜນ​ຜັງ ແລະ ​ການຄຸ້ມ​ຄອງ​ກ່ຽວ​ກັບ​ຄົມ​ມະ​ນາ​ຄົມ, ລະ​ບົບ​ລະ​ບາຍ​ນ້ຳ, ການ​ສຶກ​ສາ ແລະ ບຳ​ລ​ຸງ​ສ້າງ. ສ່ວນ​ທ່ານ Eberhart van der Laan ຢືນ​ຢັນ​ວ່າ ຈະ​ສືບ​ຕໍ່​ຊ່ວຍ​ເຫລືອ​ຫວຽດ​ນາມ ໃນ​ການ​ສ້າງ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ກ່ຽວ​ຂ້ອງ​ເຖິງ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ພ້ອມ​ທັງ​ສະ​ເຫ​ນີ​ວ່າ ໃນ​ໄລ​ຍະ​ຈະ​ມາ​ເຖິງ 2 ນະ​ຄອນ, ສອງ​ຊາດ ຄວນ​ຍູ້​ແ​ຮງ​ການ​ພ​ົວ​ພັນ​ກ່ຽວ​ກັບ​ການກໍ່​ສ້າງ​ຂົວ, ລະ​ບົບ​ລະ​ບາຍ​ນ້ຳ, ພິ​ເສດ​ແມ່ນ​ສ້າງ​ສາຍ​ການ​ບິນ​ໂດຍ​ກົງ ຮ່າ​ໂນ້ຍ- Amsterdam.

ຂ່າວ/ບົດ​ອື່ນ