ທ່ານເລຂາທິການໃຫຍ່ Nguyen Phu Trong ເຮັດວຽກກັບກົມໃຫຍ່ກໍ່ສ້າງກຳລັງ ຕຳຫລວດ

ທ່ານເລຂາທິການໃຫຍ່ Nguyen Phu Trong    ເຮັດວຽກກັບກົມໃຫຍ່ກໍ່ສ້າງກຳລັງ ຕຳຫລວດ - ảnh 1

ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong
ພາບ: internet

(vovworld) - ຕອນ​ເຊົ້າ​ວັນ​ທີ 2/4, ທ່ານ Nguyen Phu Trong ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ ຫວຽດນາມ ​ໄດ້​ລົງ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ການ​ນຳ​ຫລັກ​ແຫ​ລ່ງຂອງ​ກົມ​ໃຫຍ່​ກໍ່ສ້າງ​ກຳລັງ​ຕຳຫລວດ​ປະຊາຊົນ. ກ່າວ​ຄຳ​ເຫັນ​ທີ​ການ​ເຮັດ​ວຽກ, ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong ຕີ​ລາຄາ​ສູງ ​ແລະ ຍ້ອງ​ຍໍ​ສັນລະ​ເສີນ​ບັນດາ​ໝາກຜົນ​ຊຶ່ງ​ກະຊວງ​ຕຳຫລວດ ຍາດ​ມາ​ໄດ້​ໃນ​ໄລຍະ​ຜ່ານ​ມາ ພິ​ເສດ​ແມ່ນ​ວຽກ​ງານ​ກໍ່ສ້າງ​ກຳລັງ​ຕຳຫລວດ. ກ່ຽວ​ກັບ​ບັນດາຫນ້າ​ທີ່​ຂອງ​ກົມ​ໃຫຍ່​ກໍ່ສ້າງ​ກຳລັງ​ຕຳຫລວດ​ເວົ້າ​ສະ​ເພາະ ​ແລະ ກະຊວງ​ຕຳຫລວດ​ເວົ້າ​ລວມ​ໃນ​ໄລຍະ​ຈະ​ມາ​ເຖິງ, ທ່ານ​ເລຂາທິການ​ໃຫຍ່​ຊີ້​ແຈງ​ວ່າ ຄວນ​ສືບ​ຕໍ່​ກໍ່ສ້າງ​ກຳລັງ​ຕຳຫລວດ​ໃຫ້​ເຂັ້ມ​ແຂງ​ທາງ​ດ້ານ​ການ​ເມືອງ ​ແລະ ​ແນວ​ຄິດ, ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ການ​ຊີ້​ນຳ​ນຳພາ, ກຳລັງ​ຕໍ່ສູ້​ຂອງ​ບັນດາ​ອົງການ​ພັກ ພິ​ເສດ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ສ້າງ​ຄຸນ​ນະ​ທາດ​ການ​ເມືອງ, ນ້ຳ​ໃຈ​ກຽ​ມພ້ອມ​​ສູ້​ຮົບ​ໃຫ້​ແກ່​ພະນັກງານ, ນັກຮົບ, ສືບ​ຕໍ່​ຈັດ​ຕັ້ງ​ການ​ຊາບ​ຊືມປະຕິບັດ​ມະຕິ​ກອງ​ປະ​ຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 4 ຊຸດ​ທີ 11 ກ່ຽວ​ກັບ​ບາງ​ບັນຫາ​ຮີບ​ດ່ວນ​ໃນ​ການ​ກໍ່ສ້າງ​ພັກ​ປະຈຸ​ບັນ. ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong ສະ​ເຫ​ນີ​ໃຫ້​ກົມ​​ໃຫຍ່​ກໍ່ສ້າງ​ກຳລັງ​ຕຳຫລວດ, ກະຊວງ​ຕຳຫລວດ ຈົ່ງ​ເພີ່ມ​ທະວີ​ການ​ປະສານ​ສົມທົບ​ຢ່າງ​ແຫນ້ນ​ແຟ້ນລະຫວ່າງ​ບັນດາ​ອົງການ​ຫົວຫນ່ວຍ, ບັນດາ​ຂະ​ແຫນງ​ການ​ໃນ​ການ​ຜັນ​ຂະຫຍາຍ​ປະຕິບັດ​ຫນ້າ​ທ�%B

ຂ່າວ/ບົດ​ອື່ນ