ທ່ານເລຂາທິການໃຫຍ່, ປະທານປະເທດ ສປປ ລາວ ຢືນຢັນສາຍ ພົວພັນແບບພິເສດ ຫວຽດນາມ - ລາວ

ທ່ານເລຂາທິການໃຫຍ່, ປະທານປະເທດ ສປປ ລາວ ຢືນຢັນສາຍ ພົວພັນແບບພິເສດ ຫວຽດນາມ - ລາວ - ảnh 1
ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ
ສປປ ລາວ ຈູມ​ມະ​ລີ ​ໄຊ​ຍະ​ສອນ
(ພາບ: laovoices.com)


(vovworld) -     ຕອນ​ຄໍ່າ​ວັນ​ທີ 27/11, ຢູ່​ນະຄອນຫຼວງ​ວຽງ​ຈັນ, ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ສປປ ລາວ ຈູມ​ມະ​ລີ ​ໄຊ​ຍະ​ສອນ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ເອກ​ອັກ​ຄະ​ລັດຖະທູດ​ວິສາມັນຜູ້​ມີ​ອຳນາດ​ເຕັມ​ ​ແຫ່ງ ສສ ຫວຽດນາມ ຕະມິນ​ເຈົາ ​ເຂົ້າ​ຢ້ຽມ​ອຳ​ລາ​ໃນ​ໂອກາດ​ສິ້ນ​ສຸດ​ໜ້າ​ທີ່​ການ​ທູດ​ຢູ່​ລາວ. ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດລາວ ຈູມ​ມະ​ລີ ​ໄຊ​ຍະ​ສອນ ​ໄດ້​ຮັບ​ຮູ້ ​ແລະ ຕີ​ລາຄາ​ສູງ​ບົດບາດ​​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ ຕະມິນ​ເຈົາ ​ແລະ ອົງການ​ສະຖານທູດ​ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ ທີ່​ໄດ້​ປະກອບສ່ວນ​ຢ່າງ​ແທດ​ຈິງ, ມີ​ປະສິດທິ​ຜົນ ​ໃນ​ການ​ຊຸກຍູ້​ສາຍ​ພົວພັນ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ພັກ, 2 ລັດ ​ແລະ ປະຊາຊົນ 2 ປະ​ເທດ ​ໃຫ້​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ ​ແລະ ມີ​ຄວາມ​ໝາຍ​ອັນ​ແທດ​ຈິງ​ກວ່າ. ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດລາວ ຈູມ​ມະ​ລີ ​ໄຊ​ຍະ​ສອນ ​ເນັ້ນ​ໜັກ​ວ່າ, ສາຍ​ພົວພັນ​ລະຫວ່າງ​ 2 ພັກ, 2 ລັດ ​ແລະ ປະຊາຊົນ 2 ປະ​ເທດ​ລາວ - ຫວຽດນາມ ​​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ດີງາມ, ນັບ​ມື້​ນັບ​ມີ​ຫຼາຍປັດ​ໃຈ​ພົ້ນ​ເດັ່ນ ​ແລະ ມີ​ຫົວຄິດ​ປະດິດ​ສ້າງ. ທ່ານ​ເລຂາທິການ​ໃຫຍ່ ຈູມ​ມະ​ລີ ​ໄຊ​ຍະ​ສອນ ສະ​ແດງ​ຄວາມ​​ເພິ່ງ​ພໍ​ໃຈ​ຕໍ່​​ຜົນສຳ​ເລດຂອງໂຄງການຮຽບຮຽງ “ປະ​ຫວັດ​ສາດ​ສາຍ​ພົວພັນ​ແບບ​ພິ​ເສດ​ຫວຽດນາມ - ລາວ, ລາວ - ຫວຽດນາມ ​ໄລຍະ 1930 - 2007” ​​ແລະ ຖື​ວ່ານັ້ນ​ແມ່ນ​ຊັບ​ສົມບັດ​ອັນ​ລ້ຳ​ຄ່າ ​ເພື່ອ​ສຶກສາ​ບັນດາ​ລຸ້ນສືບ​ທອດ ​ເຄົາລົບ​ຄຸນຄ່າ​​ຊີວິດ​ເຊິ່ງບັນພະບຸລຸ​ດ​​ໄດ້​ຄຸນ​ສ້າງ​ດ້ວຍ​ເລືອດ​ເນື້ອ​ເຫື່ອ​ແຮງ.

ຂ່າວ/ບົດ​ອື່ນ