ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ເດີນ​ທາງໄປ​ຮອດ​ນະ​ຄອນຫຼວງ ປັກ​ກິ່ງ, ຈີນ

(VOVWORLD) - ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກນະຄອນ ກ໋ວາງໂຈ, ແຂວງ ກ໋ວາງຕຸງ ໄປຍັງນະຄອນຫຼວງ ປັກກິ່ງ (ຈີນ), ສືບຕໍ່ການຢ້ຽມຢາມທາງລັດຖະກິດຢູ່ ສປ.ຈີນ ໃນລະຫວ່າງວັນທີ 18 ສິງຫາ ຫາວັນທີ 20 ສິງຫາ 2024.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ເດີນ​ທາງໄປ​ຮອດ​ນະ​ຄອນຫຼວງ ປັກ​ກິ່ງ, ຈີນ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ  ແລະ ພັນລະຍາ ເດີນທາງໄປຮອດນະຄອນຫຼວງ ປັກກິ່ງ, ຈີນ (ພາບ: VOV)

ຕອນບ່າຍວັນທີ 18 ສິງຫາ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກນະຄອນ ກ໋ວາງໂຈ, ແຂວງ ກ໋ວາງຕຸງ ໄປຍັງນະຄອນຫຼວງ ປັກກິ່ງ (ຈີນ), ສືບຕໍ່ການຢ້ຽມຢາມທາງລັດຖະກິດຢູ່ ສປ.ຈີນ ໃນລະຫວ່າງວັນທີ 18 ສິງຫາ ຫາວັນທີ 20 ສິງຫາ 2024, ຕາມຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ, ປະທານປະເທດ ສປ.ຈີນ ສີຈິ້ນຜິງ ແລະ ພັນລະຍາ.

ອອກຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງຫວຽດນາມ ຢູ່ສະໜາມບິນສາກົນ ປັກກິ່ງ, ຝ່າຍຈີນ ມີທ່ານ ຫວາງອີ, ຫົວໜ້າຫ້ອງການຄະນະກຳມະການວຽກງານການພົວພັນຕ່າງປະເທດສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດຈີນ; ທ່ານ ຊຸງປົວ ເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ. ການຢ້ຽມຢາມທາງລັດຖະກິດຢູ່ ຈີນ ແມ່ນການເດີນທາງໄປປະຕິບັດງານຢູ່ຕ່າງປະເທດຄັ້ງທຳອິດຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມໃນຖານະຕຳແໜ່ງໃໝ່, ແມ່ນການເຄື່ອນໄຫວທາງການທູດສຳຄັນພິເສດລະຫວ່າງ ຫວຽດນາມ ແລະ ຈີນໃນປີ 2024, ເຊິ່ງມີຜົນກະທົບຢ່າງໃຫຍ່ຫຼວງຕໍ່ທ່າອ່ຽງພັດທະນາຂອງການພົວພັນສອງພັກ, ສອງລັດໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ