ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ​ເປັນ​ປະ​ທານກອງ​ປະ​ຊຸມ​ຄັ້ງ​ທີ 2 ອະ​ນຸ​ກຳ​ມະ​ການ​ບຸກ​ຄະ​ລາ​ກອນກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ

(VOVWORLD) - ທີ່ກອງປະຊຸມ, ບັນດາສະມາຊິກໃນອະນຸກຳມະການໄດ້ປຶກສາຫາລື, ປະກອບຄຳເຫັນກ່ຽວກັບເນື້ອໃນຮ່າງເອກະສານວ່າດ້ວຍວຽກງານບຸກຄະລາກອນ ຂອງພັກ.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ​ເປັນ​ປະ​ທານກອງ​ປະ​ຊຸມ​ຄັ້ງ​ທີ 2 ອະ​ນຸ​ກຳ​ມະ​ການ​ບຸກ​ຄະ​ລາ​ກອນກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ເປັນປະທານກອງປະຊຸມຄັ້ງທີ 2 ຂອງອະນຸກຳມະການ (ພາບ: VOV)

ຕອນເຊົ້າວັນທີ 21 ສິງຫາ, ຢູ່ສຳນັກງານສູນກາງພັກ (ຮ່າໂນ້ຍ), ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ຫົວໜ້າອະນຸກຳມະການບຸກຄະລາກອນກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ, ເປັນປະທານກອງປະຊຸມຄັ້ງທີ 2 ຂອງອະນຸກຳມະການ. ເຂົ້າຮ່ວມກອງປະຊຸມມີທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ.

ທີ່ກອງປະຊຸມ, ບັນດາສະມາຊິກໃນອະນຸກຳມະການໄດ້ປຶກສາຫາລື, ປະກອບຄຳເຫັນກ່ຽວກັບເນື້ອໃນຮ່າງເອກະສານວ່າດ້ວຍວຽກງານບຸກຄະລາກອນ ຂອງພັກ. ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານເລຂາທິການໃຫຍ່,ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ຊີ້ແຈ້ງວ່າ ຕ້ອງເປັນເອກະພາບກ່ຽວກັບຄວາມຮັບຮູ້ລະດັບຄວາມສຳຄັນໃນວຽກງານພະນັກງານ ແລະ ວຽກງານກະກຽມບຸກຄະລາກອນກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ, ພ້ອມທັງສືບທອດແນວຄິດ, ການກຳນົດທິດໃຫຍ່ ແລະ ລະອຽດຂອງທ່ານອະດີດເລຂາທິການໃຫຍ່ ຫງວຽນຝຸຈ້ອງ, ອະດີດຫົວໜ້າອະນຸກຳມະການບຸກຄະລາກອນ ຢູ່ກອງປະຊຸມຄັ້ງທີ 1. ພິເສດ ຕ້ອງຖືໝາກຜົນຂອງການສະຫຼຸບວຽກງານບຸກຄະລາກອນຄະນະບໍລິຫານງານສູນກາງຊຸດທີ XIII ເປັນພື້ນຖານສຳຄັນເພື່ອສ້າງທິດທາງບຸກຄະລາກອນກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ, ຖືຜົນປະໂຫຍດຂອງພັກ, ຂອງປະເທດຊາດ, ຊົນຊາດ, ປະຊາຊົນເໜືອກວ່າສິ່ງໃດໝົດ.

ຕອບກັບ

ຂ່າວ/ບົດ​ອື່ນ