ທ່ານເລຂາທິການໃຫຍ່ ພັກກອມມູນິດ ສີລັງກາ: ຫວຽດນາມ ສືບຕໍ່ພາລະກິດແຫ່ງການສ້າງສາສັງຄົມນິຍົມຢ່າງໝັ້ນຄົງເຂັ້ມແຂງ

(VOVWORLD) - ທ່ານ G. Weerasinghe ສະແດງຄວາມເຊື່ອໝັ້ນວ່າ ປະເທດ ຫວຽດນາມ ຈະສືບຕໍ່ຮັກສາສະຖຽນລະພາບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ພັດທະນາເສດຖະກິດ - ສັງຄົມຢ່າງບໍ່ຢຸດຢັ້ງ
ທ່ານເລຂາທິການໃຫຍ່ ພັກກອມມູນິດ ສີລັງກາ: ຫວຽດນາມ ສືບຕໍ່ພາລະກິດແຫ່ງການສ້າງສາສັງຄົມນິຍົມຢ່າງໝັ້ນຄົງເຂັ້ມແຂງ - ảnh 1ກອງປະຊຸມຄະນະບໍລິຫານງານສູນກາງພັກ ຊຸດທີ XIII ດຳເນີນໃນວັນທີ 3 ສິງຫາ ປີ 2024. ພາບ: Ngọc Thành/VOV

ຫວ່າງແລ້ວນີ້ ໃນການຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ, ທ່ານເລຂາທິການໃຫຍ່ ສີລັງກາ G. Weerasinghe ເນັ້ນຫນັກວ່າ: ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໂຕເລີມ ຈະສືບຕໍ່ນຳພາພັກກອມມູນິດ ຫວຽດນາມປະຕິບັດພາລະກິດແຫ່ງການສ້າງສາສັງຄົມນິຍົມຢ່າງໝັ້ນຄົງເຂັ້ມແຂງ. ທ່ານ G. Weerasinghe ສະແດງຄວາມເຊື່ອໝັ້ນວ່າ ປະເທດ ຫວຽດນາມ ຈະສືບຕໍ່ຮັກສາສະຖຽນລະພາບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ພັດທະນາເສດຖະກິດ - ສັງຄົມຢ່າງບໍ່ຢຸດຢັ້ງ, ເສີມຂະຫຍາຍບົດບາດທີ່ຕັ້ງຂອງ ຫວຽດນາມໃນພາກພື້ນ ແລະ ເວທີສາກົນ.

ເມື່ອເຕື້ອງເຖິງບັນດາບຸລິມະສິດກ່ຽວກັບການຕ່າງປະເທດ ໂດຍທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ຊີ້ແຈ້ງໃນບັນດາບົດກ່າວຄຳເຫັນພາຍຫລັງພິທີສາບານຕົວຮັບດຳລົງຕຳແຫນ່ງ, ທ່ານ G. Weerasinghe ຖືວ່າ: ທັງໝົດການບຸລິມະສິດນັ້ນ ລ້ວນແຕ່ມີລັກສະນະວິທະຍາສາດ, logic ແລະ ວິທີເຂົ້າເຖິງແມ່ນເໝາະສົມ. ໂດຍແມ່ນສະມາຊິກຂອງອາຊຽນ, ຫວຽດນາມ ຈະສືບຕໍ່ໃຫ້ບຸລິມະສິດບັນດາປະເທດບ້ານໃກ້ເຮືອນຄຽງ, ຄູ່ຮ່ວມມືຍຸດທະສາດ,ຮອບດ້ານ.

ຕອບກັບ

ຂ່າວ/ບົດ​ອື່ນ