ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ຕ້ອນຮັບເອກອັກຄະລັດຖະທູດ ກຸຍບາ

(VOVWORLD) -ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ຢືນຢັນວ່າ, ຫວຽດນາມ ສືບຕໍ່ຮ່ວມເດີນທາງພ້ອມກັບ ກຸຍບາ ໃນວິວັດທະນາການປັບປຸງນະໂຍບາຍເພື່ອຍົກສູງປະສິດທິຜົນເສດຖະກິດ - ສັງຄົມນິຍົມ, ຄັດຄ້ານການປິດລ້ອມ, ຂວ້ຳບາດສຳລັບ ກຸຍບາ
ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ຕ້ອນຮັບເອກອັກຄະລັດຖະທູດ ກຸຍບາ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ຕ້ອນຮັບທ່ານເອກອັກຄະລັດຖະທູດ ກຸຍບາ Orlando Nicolás Hernández Guillén
(ພາບ: TTXVN)

ຕອນບ່າຍວັນທີ 29 ຕຸລາ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານ Orlando Nicolás Hernández Guillén, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງສ.ກຸຍບາ ເຂົ້າຢ້ຽມຄ່ຳນັບ ເນື່ອງໃນໂອກາດສະເຫຼີມສະຫຼອງ 55 ປີແຫ່ງວັນພົບປະຄັ້ງປະຫວັດສາດລະຫວ່າງປະທານ ໂຮ່ຈີມິນ ກັບການນຳປະຕິວັດກຸຍບາ Raun Castro (29 ຕຸລາ 1966 – 29 ຕຸລາ 2021) ແລະ ທ່ານເອກອັກຄະລັດຖະທູດເລີ່ມປະຕິບັດໜ້າທີ່ຢູ່ຫວຽດນາມ.

        ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ອວຍພອນໃຫ້ທ່ານ Orlando Nicolás Hernández Guillén ໄດ້ຮັບຄວາມເຊື່ອໝັ້ນຈາກພັກ, ລັດ ກຸຍບາ ມອບໜ້າທີ່ເປັນເອກອັກຄະລັດຖະທູດ ກຸຍບາ ປະຈຳ ຫວຽດນາມ. ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ຢືນຢັນວ່າ, ຫວຽດນາມ ສືບຕໍ່ຮ່ວມເດີນທາງພ້ອມກັບ ກຸຍບາ ໃນວິວັດທະນາການປັບປຸງນະໂຍບາຍເພື່ອຍົກສູງປະສິດທິຜົນເສດຖະກິດ - ສັງຄົມນິຍົມ, ຄັດຄ້ານການປິດລ້ອມ, ຂວ້ຳບາດສຳລັບ ກຸຍບາ; ຖືເປັນສຳຄັນການເປີດກວ້າງ ແລະ ຍົກສູງປະສິດທິຜົນການຮ່ວມມືລະຫວ່າງ 2 ພັກ, 2 ລັດ.

        ສ່ວນທ່ານເອກອັກຄະລັດຖະທູດ Orlando Nicolás Hernández Guillén ຢືນຢັນວ່າ, ໃນອາຍຸການປະຕິບັດງານຂອງຕົນ, ທ່ານເອງຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອຕັ້ງໜ້າປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນເລື່ອງປັບປຸງ ແລະ ພັດທະນາສາຍພົວພັນມິດຕະພາບແບບພິເສດລະຫວ່າງ 2 ພັກ, 2 ລັດ ຫວຽດນາມ - ກຸຍບາ.

ຕອບກັບ

ຂ່າວ/ບົດ​ອື່ນ