ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ​ມີ​ການ​ອຸ​ທິດ​ສ່ວນ​ຢ່າງ​ໃຫຍ່ຫຼວງ​ໃຫ້​ແກ່​ປະ​ເທດ​ຊາດ

(VOVWORLD) - ວົງການນັກຊ່ຽວຊານ, ນັກຮຽນຮູ້ຫຼາຍປະເທດໃນໂລກ ໄດ້ມີການຕີລາຄາຢັ້ງຢືນບົດບາດ, ການປະກອບສ່ວນຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສຳລັບພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ ກໍ່ຄືຄວາມມານະພະຍາຍາມ ກໍ່ສ້າງ ແລະ ປັບປຸງ ພັກກອມມູນິດ ຫວຽດນາມ.

ທ່ານ Jayachandra Reddy ສາດສະດາຈານ ອະດີດຫົວໜ້າສູນຄົ້ນຄ້ວາອາຊີຕາເວັນອອກສ່ຽງໃຕ້ ແລະ ປາຊີຟິກ, ມະຫາວິທະຍາໄລ Sri Venkateswara (ອິນເດຍ), ໃຫ້ຂໍ້ສັງເກດວ່າ ພາຍໃຕ້ການຊີ້ນຳຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ພື້ນຖານເສດຖະກິດ ຫວຽດນາມ ສືບຕໍ່ພັດທະນາ, ຫວຽດນາມ ຍາມໃດກໍ່ໃຫ້ບູລະມິສິດຮັກສາສະຫວັດດີການສັງຄົມ ແລະ ຍູ້ແຮງການຕໍ່ສູ້ຕ້ານການສໍ້ຫຼາດບັງຫຼວງ, ຍູ້ແຮງການປະຕິຮູບການບໍລິຫານ ແລະ ເພີ່ມທະວີບັນດາການເຄື່ອນໄຫວລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ.

ທ່ານ Ueno Tomio ນັກຄົ້ນຄ້ວາປະຫວັດສາດ ຍີ່ປຸ່ນ ໄດ້ໃຫ້ຂໍ້ສັງເກດວ່າ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງແມ່ນການນຳທີ່ມີຄຸນສົມບັດທີ່ໃສແຈ້ງ, ການດຳລົງຊີວິດແບບລຽບງ່າຍ, ສັດຊື່ບໍລິສຸດ ແລະ ມີຄວາມສາມາດຢ່າງດີເດັ່ນໃນການຊີ້ນຳນຳພາ. ໃນວຽກງານການພົວພັນຕ່າງປະເທດ, ສີສັນ "ການທູດໄມ້ໄຜ່" ແລະ ແນວທາງການທູດພາຍໃຕ້ການຊີ້ນຳຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ປະກອບສ່ວນຍົກສູງຖານະບົດບາດຂອງ ຫວຽດນາມ ບົນເວທີສາກົນ. ນັກຄົ້ນຄ້ວາ Ueno Tomio ກໍ່ຖືວ່າ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງໄດ້ມີການປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າການເຮັດໃຫ້ການພົວພັນຍີ່ປຸ່ນ - ຫວຽດນາມ ເລິກເຊິ່ງຂຶ້ນຕື່ມ.

ທ່ານ Stefano Bonilauri, ຜູ້ອຳນວຍການ ສຳນັກພິມຈຳໜ່າຍ Anteo Edizioni ໄດ້ຕີລາຄາສູງຄວາມສາມາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ຕາມທ່ານ ແລ້ວ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງສວມບົດບາດສຳຄັນໃນການຊີ້ນຳນຳພາປະເທດຊາດ ມຸ່ງໄປເຖິງການພັດທະນາຢ່າງແຮງກ່ຽວກັບເສດຖະກິດ ແລະ ສັງຄົມ. ການອຸທິດສ່ວນຂອງທ່ານເລຂາທິການໃຫຍ່ ໃຫ້ແກ່ຄວາມຜາສຸກຂອງປະຊາຊົນ ຫວຽດນາມ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງຜ່ານບັນດານະໂຍບາຍເພື່ອແນໃສ່ປົວແປງຄຸນນະພາບການດຳລົງຊີວິດ ແລະ ລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກ.

ຕອບກັບ

ຂ່າວ/ບົດ​ອື່ນ