ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຊີ້ນຳກອງປະຊຸມຕຳຫຼວດທົ່ວປະເທດຄັ້ງທີ 67

ຕອນ​ເຊົ້າວັນ​ທີ 19/12, ກອງ​ປະຊຸມ​ຕຳຫຼວດ​ທົ່ວ​ປະ​ເທດ​ຄັ້ງ​ທີ 67 ​ໄດ້​ໄຂ​ຂຶ້ນ​ຢູ່ ຮ່າ​ໂນ້ຍ. ກ່າວ​ຄວາມ​ເຫັນ​ຊີ້​ນຳ​ກອງ​ປະຊຸມ, ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ ​ໄດ້​ຍ້ອງຍໍ​ບັນດາ​ຜົນງານ​ເຊິ່ງຂະ​ແໜງ​ຕຳຫຼວດ​ບັນລຸ​ໄດ້​ໃນ​ປີຜ່ານມາ. ​​ເນັ້ນ​ໜັກ​ເຖິງ​ບັນຫາ​ຕົ້ນ​ຕໍ່​ຈຳນວນ​ໜຶ່ງ ​ເຊິ່ງກຳລັງ​ຕຳຫຼວດ​ຄວນ​ຜັນ​ຂະຫຍາຍ​ໃນ​ໄລຍະ​ຈະ​ມາ​ເຖິງ, ທ່ານເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ ຊີ້​ແຈ້ງວ່າ:

”ກຳລັງ​ຕຳຫຼວດ ປຊຊ ຕ້ອງຮັກສາ​ຄວາມ​ສະຫງົບ​ປອດ​ໄພ​ຂອງ​ຊາດ​ໃນ​ທຸກ​ສະຖານະ​ການ, ບໍ່​ໃຫ້​ຕົກ​ຢູ່​ໃນ​ທ່າ​ຮັບ, ​ເປັນ​ເຈົ້າ​ການ​​ໃນ​ການກຳ​ແໜ້ນ​ສະພາບ​ການ, ​​ສະກັດ​ກັ້ນຢ່າງ​ທັນ​ການ ​ແລະ ​ເຮັດ​ໃຫ້​ທຸກ​ກົນອຸ​ບາຍ​ຂອງ​ບັນດາ​ກຳລັງ​ທີ່​ເປັນ​ປໍ​ລະ​ປັກ​ປະລາ​ໄຊ; ຮັບປະກັນ​ຄວາມ​ປອດ​ໄພ​ພາຍ​ໃນ​, ເສດຖະກິດ, ວັດທະນະທຳ, ​ແນວ​ຄິດ, ຂໍ້​ມູນ​ຂ່າວສານ, ​ແກ້​ໄຂ​ສະພາບການ​ສັບສົນ​ທີ່​ເກີດ​ຂຶ້ນ​ຢ່າງ​ທັນ​ການ, ປົກ​ປັກ​ຮັກສາ​ບັນດາ​ຈຸດໝາຍ​ສຳຄັນ ​ແລະ​ ມີ​ຄວາມ​ຈຳ​ເປັນ ກໍ່​ຄື ບັນດາ​ເຫດການ​ສຳຄັນ​ຍິ່ງ​ຂອງ​ປະ​ເທດ​ຊາດ”

ທ່ານເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ ​ສະ​ເໜີ​ໃຫ້​ກະຊວງ​ຕຳຫຼວດ ຄວນ​ສືບ​ຕໍ່​ຊາບ​ຊືມ, ຫັນ​ເປັນ​ລະອຽດ, ຜັນ​ຂະຫຍາຍ​ການ​ປະຕິບັດ​ບັນດາ​ໜ້າ​ທີ່​ຮັບປະກັນ​ຄວາມ​ສະຫງົບ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຂອງ​ກຳລັງ​ຕຳຫຼວດ ປຊຊ, ຮັກສາ​ສະຖຽນ​ລະ​ພາບທາງ​ການ​ເມືອງ, ສັງຄົມ, ພ້ອມ​ແລ້ວ​ທີ່​ຈະ​ຮັບ​ມື​ກັບ​ການ​ຂົ່ມຂູ່​ຂອງ​ອາດ​ສະ​ຍາ​ກຳ​ຂ້າມ​ຊາດ​ທີ່​ມີ​ລັກສະນະ​ທົ່ວ​ໂລກ. ພິ​ເສດ​ແມ່ນ​ຄວນ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ກຳລັງ​ຕຳຫຼວດ​ກັບ​ປະຊາຊົນ, ກໍ່ສ້າງ​ທ່າ​ຮົບປຊຊ ​ປ້ອງ​ກັນ​ຄວາມ​ສະຫງົບ ຕິດ​ພັນ​ກັບ​ທ່າ​ຮົບ​ທົ່ວ​ປວງ​ຊົນ​ປ້ອງ​ກັນຊາ​ດຢ່າງ​ໝັ້ນຄົງ ​ແລະ​ຮອບດ້ານ.
ຂ່າວ/ບົດ​ອື່ນ