ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ລົງຢ້ຽມຢາມ, ອວຍພອນປີໃໝ່ ປະຊາຊົນເມີອງ ແຖກເທີດ
|
Vovworld- ວັນທີ 14/2 (ກົງກັບວັນທີ 5 ບຸນເຕັດ) , ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ລົງຢ້ຽມຢາມ, ອວຍພອນປີໃໝ່ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນເມີອງ ແຖກເທີດ-ຮ່າໂນ້ຍ. ຢູ່ທີ່ນີ້, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ໄດ້ຊີ້ແຈ້ງວ່າ ເມີອງ ແຖກເທີດ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່່າງ ແລະ ບັນດາແງ່ຫວັງທີ່ດີງາມໃນອະນາຄົດ. ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນເມີອງ ແຖກເທີດ ຄວນເພີ່ມທະວີຄວາມສາມັກຄີ ເປັນຈິດໜຶ່ງໃຈດຽວ, ພັດທະນາບັນດາໝູ່ບ້ານອາຊີບ, ອຸດສາຫະກຳ, ການບໍລິການ ພ້ອມກັນນັ້ນ ກໍນຳໜ້າໃນການປະຕິບັດຈຸດໝາຍຫັນເປັນອຸດສາຫະກຳ ແລະ ທັນສະໄໝ. ແຕ່ພ້ອມກັບການ ຫັນເປັນອຸດສາຫະກຳ ແລະ ທັນສະໄໝນັ້ນ, ກໍຄວນເອົາໃຈໃສ່ຮັກສາສິ່ງແວດລ້ອມ, ສ້າງການພົວພັນສາມັກຄີ, ຮັກແພງລະຫວ່າງມະນຸດດ້ວຍກັນ. ທ່ານເລຂາທິ ການໃຫຍ່ ຫງວຽນຟູ້ຈ້ອງ ເຊື່ອໝັ້ນວ່າ ດ້ວຍບັນດາເງື່ອນໄຂທີ່ສະດວກ, ເມີອງ ແຖກເທີດ ຈະພັດທະນາກ້າວຂຶ້ນ, ປະກອບສ່ວນເຂົ້າໃນການກໍ່ສ້າງນະຄອນຫຼວງໃຫ້ຮ່ັງມີສວຍງາມ, ສີວິໄລ, ທັນສະໃໝ. ແລະ ເນື່ອງໃນໂອກາດນີ້, ທ່ານເລຂາທິ ການໃຫຍ່ ຫງວຽນຟູ້ຈ້ອງ ໄດ້ເຂົ້າຮ່ວມວັນບຸນປູກຕົ້ນໄມ້ເພື່ອສະແດງຄວາມຮູ້ບູນຄຸນທ່ານປະທານໂຮ່ຈິມິນ ຢູ່ ເມີອງ ແຖກເທີດ-ຮ່າໂນ້ຍ.ທ່ານເລຂາທິການ ໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ກ່າວວ່າ :
“ ປະຕິບັດການຫັນເປັນອຸດສາຫະກຳ, ພວກເຮົາຍິ່ງຮັກສາສິ່ງແວດລ້ອມ, ປະຕິບັດການຫັນເປັນທັນສະໄໝ, ພວກເຮົາຍິ່ງຕ້ອງຮັກແພງ, ອຸ້ມຊູຊ່ວຍເຫຼືອຊຶ່ງກັນ ແລະ ກັນ. ຂ້າພະເຈົ້າຂໍອວຍພອນ ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນເມືອງ ແຖກເທີດເວົ້າສະເພາະ ແລະ ນະຄອນຫຼວງເວົ້າລວມ, ກ້າວສູ່ປີໃໝ່, ສືບຕໍ່ເສີມຂະຫຍາຍມູນເຊື້ອວິລະຊົນ, ປະກອບສ່ວນກໍ່ສ້າງນະຄອນຫຼວງໃຫ້ນັບມື້ນັບຮ່ັງມີສວຍງາມ, ສີວິໄລ, ທັນສະໄໝ, ພ້ອມກັນນັ້ນ, ກໍສ້າງສາປະເທດຫວຽດນາມໃຫ້ນັບມື້ນັບອຸດົມຮ່ັງມີສວຍງາມກ່ວາເກົ່າ ”
ແລະ ເນື່ອງໃນໂອກາດນີ້, ທ່ານເລຂາທິການ ໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງກໍໄດ້ ລົງຢ້ຽມຢາມ, ອວຍພອນປີໃໝ່ບາງຄອບຄົວເປົ້າໝາຍນະໂຍບາຍທີ່ດີເດັ່ນອີກດ້ວຍ.