ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເຂົ້າຮ່ວມບຸນເຕັດປູກຕົ້ນໄມ້
(ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ປຸກລະດົມ
“ບຸນເຕັດປູກຕົ້ນໄມ້ສະແດງຄວາມຮູ້ບຸນຄຸນຕໍ່ປະທານ ໂຮ່ຈີມິນ“)
(vovworld) - ຕອນເຊົ້າວັນທີ 22/2 (ວັນທີ 4 ຂອງບຸນເຕັດ ປີມະແມ), ຢູ່ເຂດເຕັກໂນໂລຢີສູງ ຮ່ວາລາກ, ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູ໋ຈ້ອງ ໄດ້ປຸກລະດົມ “ບຸນເຕັດປູກຕົ້ນໄມ້ສະແດງຄວາມຮູ້ບຸນຄຸນຕໍ່ປະທານ ໂຮ່ຈີມິນ“. ກ່າວຄວາມເຫັນນະພິທີ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຊີ້ແຈ້ງວ່າ: ໃນວິວັດແຫ່ງການປະຕິວັດ, ຍາມໃດພັກກອມມູນນິດຫວຽດນາມ ກໍ່ຖືເປັນສຳຄັນການພັດທະນາວິທະຍາສາດ ເຕັກໂນໂລຢີ, ຖືວ່ານີ້ແມ່ນລັດຖະນະໂຍບາຍອັນດັບໜຶ່ງ; ແມ່ນປັດໃຈຕັດສິນພູມປັນຍາ ແລະ ກຳລັງແຮງຂອງຊາດ; ແມ່ນໜຶ່ງໃນບັນດາກຳລັງໜູນ ເພື່ອພັດທະນາເສດຖະກິດສັງຄົມ; ກໍ່ສ້າງ ແລະ ພັດທະນາປະເທດຊາດ. ໃນຕົວຈິງ, ພັກ ແລະ ລັດໄດ້ເຮັດວຽກງານຫຼາຍຢ່າງໃນນັ້ນມີເລື່ອງຜັນຂະຫຍາຍ ການກໍ່ສ້າງບັນດາເຂດເຕັກໂນໂລຢີສູງ, ໃນນັ້ນມີເຂດເຕັກໂນໂລຢີສູງຮ່ວາລາກ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຫວັງວ່າກະຊວງວິທະຍາສາດ ແລະ ເຕັກໂນໂລຢີ, ນະຄອນຮ່າໂນ້ຍ, ຄະນະຄຸ້ມຄອງ ແລະ ຫົວໜ່ວຍຕ່າງໆຢູ່ ເຂດເຕັກໂນໂລຢີສູງຮ່ວາລາກ ຕ້ອງເຮັດວຽກງານປູກຕົ້ນໄມ້, ບຳລຸງສ້າງໃຫ້ດີຄືດັ່ງຄຳສັ່ງສອນຂອງປະທານ ໂຮ່ຈີມິນ ທີ່ວ່າ: “ເພື່ອຜົນປະໂຫຍດສິບປີແມ່ນຕ້ອງປູກຕົ້ນໄມ້. ເພື່ອຜົນປະໂຫຍດຮ້ອຍປີແມ່ນຕ້ອງສຶກສາຄົນ“, ປະກອບສ່ວນຊຸກຍູ້ການພັດທະນາວິທະຍາສາດ ແລະ ເຕັກໂນໂລຢີສູງຢູ່ຮ່ວາລາກ.
“ຂ້າພະເຈົ້າຊົມເຊີຍບັນດາສະຫາຍທີ່ໄດ້ມີຂໍ້ລິເລີ່ມຈັດຕັ້ງບຸນເຕັດປູກຕົ້ນໄມ້ຢູ່ເຂດເຕັກໂນໂລຢີສູງຮ່ວາລາກ. ນີ້ແມ່ນວຽກງານທີ່ມີຄວາມໝາຍ. ເຂດເຕັກໂນໂລຢີສູງຮ່ວາລາກ ແມ່ນເຂດກ້າເບ້ຍວິທະຍາສາດ ເຕັກໂນໂລຢີສູງ. ພວກເຮົາປູກຕົ້ນໄມ້, ສຶກສາຄົນ ແລະ ຊຸກຍູ້ການປູກວິທະຍາສາດ ເຕັກໂນໂລຢີສູງຢູ່ຮ່ວາລາກ ຂອງພວກເຮົາໃຫ້ບັນລຸໝາກຜົນອັນດີງາມ “.
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ກໍ່ໄດ້ໄປຢ້ຽມຢາມບໍລິສັດຊອບແວ FPT ຮ່ວາລາກ ແລະມະຫາວິທະຍາໄລ FPT.