ໂທ​ລະ​ເລກ, ຈົດ​ໝາຍອວຍ​ພອນ​ວັນ​ຊາດ​ ຫວຽດ​ນາມ ຄົບ​ຮອບ 79 ປີ

(VOVWORLD) -     ເນື່ອງໃນໂອກາດສະເຫຼີມສະຫຼອງວັນສະຖາປະນາປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 79 ປີ (02 ກັນຍາ 1945 – 2 ກັນຍາ 2024), ການນຳຫຼາຍປະເທດໄດ້ສົ່ງໂທລະເລກ, ຈົດໝາຍອວຍພອນເຖິງການນຳພັກ, ລັດ ແລະ ປະຊາຊົນ ຫວຽດນາມ.
ໂທ​ລະ​ເລກ, ຈົດ​ໝາຍອວຍ​ພອນ​ວັນ​ຊາດ​ ຫວຽດ​ນາມ ຄົບ​ຮອບ 79 ປີ - ảnh 1ປະຊາຊົນລຽນແຖວເຂົ້າສຸສານໄຫວ້ອາໄລປະທານ ໂຮ່ຈີມິນ ໃນມື້ວັນຊາດ (ພາບ:TTXVN)

ໃນໂທລະເລກສົ່ງເຖິງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ, ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo, ໄດ້ສະແດງຄວາມເຊື່ອໝັ້ນຕໍ່ການພົວພັນ ລະຫວ່າງ ອິນໂດເນເຊຍ ແລະ ຫວຽດນາມ ຈະໄດ້ຮັບການຊຸກຍູ້ໃຫ້ຂຶ້ນສູ່ລະດັບສູງໃໝ່.

        ເຈົ້າຊີວິດ ຍີ່ປຸ່ນ Naruhito  ກໍໄດ້ສົ່ງໂທລະເລກອວຍພອນເຖິງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ.

        ພະມະຫາກະສັດ ມາເລເຊຍ Al – Sultan Ibrahim Ibni Ahmarhum Sultan Iskandar ແລະ ພະມະຫາເຫສີ ໄດ້ສົ່ງຈົດໝາຍອວຍພອນເຖິງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ; ປະທານສະພາຕ່ຳ ມາເລເຊຍ Johari bin Abdul ກໍໄດ້ສົ່ງຈົດໝາຍເຖິງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ. ການນຳຂັ້ນສູງ ມາເລເຊຍ ສະແດງຄວາມປະຕິຊົມຊື່ນ ຕໍ່ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ມາເລເຊຍ ທີ່ນັບມື້ນັບພັດທະນາ ແລະ ໄດ້ຮັບການເປີດກວ້າງໃນຫຼາຍຂົງເຂດ; ເປັນການພິສູດໃຫ້ເຫັນການພົວພັນອັນສະໜິດແໜ້ນໃນຕະຫຼອດໄລຍະ 50 ກວ່າປີຜ່ານມາ ລະຫວ່າງການນຳ ແລະ ປະຊາຊົນສອງປະເທດ; ພ້ອມທັງເຊື່ອໝັ້ນວ່າ ການຮ່ວມມືລະຫວ່າງສອງປະເທດ ຈະບັນລຸໄດ້ຫຼາຍໝາກຜົນທີ່ແທດຈິງກວ່າອີກ.

        ໃນຈົດໝາຍຝາກເຖິງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ, ຜູ້ວ່າການ ອົດສະຕາລີ Samantha Mostyn, ໄດ້ເນັ້ນໜັກວ່າ ຫວຽດນາມ - ອົດສະຕາລີ ແມ່ນສອງປະເທດເພື່ອນມິດທີ່ໃກ້ຊິດສະໜິດສະໜົມ ແລະ ເຊື່ອໝັ້ນວ່າ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ອົດສະຕາລີ - ຫວຽດນາມ ຈະສືບຕໍ່ພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ