ທ່ານເລຂາທິການໃຫ່ຍ ຫງວຽນຟູຈ້ອງເຮັດວຽກ ກັບສະພາທິດສະດີ ສູນກາງ


ທ່ານເລຂາທິການໃຫ່ຍ ຫງວຽນຟູຈ້ອງເຮັດວຽກ ກັບສະພາທິດສະດີ ສູນກາງ - ảnh 1 

(ພາບ: Trí Dũng - TTXVN)

(vovworld)- ຕອນ​ເຊົ້າວັນທີ 30/12, ຢູ່​ສຳນັກງານ​ສູນ​ກາງພັກ, ທ່ານ​ເລຂາທິການ​ໃຫ່ຍຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ​ຈ້ອງ ​ໄດ້​ເຮັດ​ວຽກກັບ​ຄະນະ​ປະຈຳ​ສະພາ​ທິດ​ສະ​ດີ​ສູນ​ກາງ, ຟັງ​ການ​ລາຍ​ງານ​ໝາກຜົນ​ແຫ່ງ​ການ​ປະຕິບັດ​ໜ້າ​ທີ່​ວຽກງານ​ປີ 2013 ​ແລະ ທິດ​ທາງ, ໜ້າ​ທີ່​ວຽກ​ງານ​ປີ 2014. ທ່ານ​ເລຂາທິການ​ໃຫ່ຍ ຫງວຽນ​ຟູ​ຈ້ອງ ຮັບ​ຮູ້​ວ່າ: ​ໃນ​ປີ 2013, ສະພາ​ທິດ​ສະ​ດີ​ສູນ​ກາງ ​ໄດ້​ມີ​ບາດ​ກ້າວ​ພັດທະນາ​ໃໝ່​ກ່ຽວ​ກັບ​ການຈັດຕັ້ງຜັນ​ຂະຫຍາຍ​ວຽກ​ງານ, ປ່ຽນ​ໃໝ່​ວິທີ​ການ​ເຄື່ອນ​ໄຫວ ​ແລະ ປະຕິບັດ​ໄດ້​ວຽກ​ງານ​ຫຼາຍ​ຢ່າງ. ກ້າວ​ເຂົ້າສູ່​ປີ 2014, ບັນດາ​ວຽກ​ງານ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ໃຫ່ຍທົ່ວ​ປະ​ເທດ​ຄັ້ງທີ 12 ຂອງ​ພັກ​ໄດ້​ເລີ່​ມດຳ​ເນີນ, ທ່ານ​ເລຂາທິການ​ໃຫ່ຍ ຫງວຽນ​ຟູ​ຈ້ອງ ປາດ​ຖະໜາ​ວ່າ: ສະພາ​ທິດ​ສະ​ດີ​ສູນ​ກາງ ສືບ​ຕໍ່​ເສີມ​ຂະຫຍາຍ​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້​ໃນ​ບັນດາ​ຂົງ​ເຂດ​ວຽກ​ງານ; ຕ້ອງ​ຮັບ​ຮູ້​ແຈ້ງ​ຄວາມ​ຮຽກຮ້ອງ​ຕ້ອງການ​ໜ້າ​ທີ່​ຂອງ​ຕົນ, ​ໃນ​ນັ້ນ, ໜ້າ​ທີ່​ຈຸດ​ສຸມ​​ແມ່ນ​ຈັດຕັ້ງປະຕິບັດ​ການ​ສະຫລຸບ 30 ປີ​ແຫ່ງ​ການ​ປ່ຽນ​ໃໝ່​ປະ​ເທດ​ຊາດ​ເປັນ​ຢ່າງ​ດີ; ສືບ​ຕໍ່​ຍູ້​ແຮງ​ໜ້າ​ທີ່​ຄົ້ນຄ້ວາ, ​ເພີ່ມ​ທະວີ​ການ​ສົ່ງ​ເສີມ​ການ​ພິຈາລະນາ​ຮັບຮອງ​ບັນດາ​ໂຄງການ​ຈຸດ​ສຸມ​ລະດັບ​ຊາດ​ກ່ຽວ​ກັບ​ການຄົ້ນຄ້ວາ​ວິທະຍາສາດ​ທິດ​ສະ​ດີກາ​ນ​ເມືອງ​ໄລຍະ 2011-2015. ສະພາ​ທິດ​ສະ​ດີ​ສູນ​ກາງ ຕ້ອງ​ເສີມ​ຂະຫຍາຍ​ບົດບາດຂົວຕໍ່, ສະໜອງ​ບັນດາ​ທິດ​ສະ​ດີ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ວຽກ​ງານ​ຕໍ່ສູ້​ດ້ານ​ແນວ​ຄິດ​ທິດ​ສະ​ດີ, ພ້ອມ​ທັງ​ປະສານ​ງານ, ຈັດຕັ້ງກຳລັງ​ປະຕິບັດ​ບັນດາ​ທິດ​ສະ​ດີ​ດັ່ງ​ກ່າວ, ​ເພື່ອ​ຄັດຄ້ານ​ບັນດາ​ຖ້ອຍ​ທຳນອງ, ທັດສະນະ​ຜິດພາດ​ຂອງ​ບັນດາ​ອິດ​ທິກຳລັງ​ທີ່​ເປັນ​ປໍ​ລະ​ປັກ​ຕ້ານ​ທຳ​ລາຍ​ຫວຽດນາມ./.

ຂ່າວ/ບົດ​ອື່ນ