ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງຕ້ອນຮັບຄະນະຜູ້ແທນພັກກອມມູນິດຈີນ

ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງຕ້ອນຮັບຄະນະຜູ້ແທນພັກກອມມູນິດຈີນ - ảnh 1
ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງ
ຕ້ອນຮັບຄະນະຜູ້ແທນພັກກອມມູນິດຈີນ
(ພາບ: TTXVN)

(vovworld) - ​ ​​​ ​ຕອ​ນ​ບ່າຍ​ວັນ​ທີ 13/05, ຢູ່​ສຳ​ນັກ​ງານ​ສູນ​ກາງ​ພັກ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟຸ​ຈ້ອງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ ຂານ​ເຈິງ, ກຳ​ມະ​ການ​ກົມ​ການ​ເມືອງ, ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ​ຊຽງ​ໄຮ  ທີ່​ພວມ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ຫວຽດ​ນາມ. ທີ່​ການ​ຕ້ອ​ນ​ຮັບ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟຸ​ຈ້ອງ​ປ​າດ​ຖະ​ໜາ​ວ່າ, ຜ່ານ​ການ​ຢ້ຽມ​ຢາມ​ຂອງ​ທ່ານ ຂານ​ເຈິງ, ການ​ພົວ​ພັນ​ລະ​ຫວ່າງ​ຊຽງ​ໄຮ ກັບ​ນະ​ຄອນ​ໂຮ່​ຈິ​ມິນ ແລະ ບັນ​ດາ​ທ້ອງ​ຖິ່ນ​ຂອງ​ຫວຽດ​ນາມ​ຈະ​ສືບ​ຕໍ່​ພັດ​ທະ​ນາ​ຢ່າງ​ຕັ້ງ​ໜ້າ, ເຂົ້າ​ສູ່​ລວງ​ເລິກກວ່າ​ອີກ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຢືນ​ຢັນ​ວ່າ, ຍາມ​ໃດ​ພັກ, ລັດ​ ແລະ ປະ​ຊາ​ຊົນ​ຫວຽດ​ນາມ ກ​ໍ​ຖື​ເປັນ​ສຳ​ຄັນ​ການ​ຮັກ​ສາ​ການ​ພົວ​ພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ກັບ​ຈີນ; ສະ​ເໜີ​ໃຫ້ 2 ຝ່າຍ​ຜັນ​ຂະ​ຫຍາຍ​ບັນ​ດາ​ຄວາມ​ຮັບ​ຮູ້​ລວ​ມ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​ຂອງ 2 ພັກ, 2 ລັ​ດ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ບົດ​ຮຽນ, ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ, ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ມີດ​ຕະ​ພາບ ແລະ ທ່າ​ອ່ຽງ​ພັດ​ທະ​ນາ​ປອດ​ໄສ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ.

        ສ່ວນ​ທ່ານ ຂານ​ເຈິງ ຢືນ​ຢັນ​ວ່າ ຍາມ​ໃດ​ພັກ, ລັດ​ ແລະ ປະ​ຊາ​ຊົນ​ຈີນ ກໍ​ຖື​ເປັນ​ສຳ​ຄັນ ແລະ ປາດ​ຖະ​ໜາ​ຢາກ​ພັດທະ​ນາ​ການ​ພົວ​ພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​​ມິດ​ຕະ​ພາບ, ຄູ່​ຮ່ວມ​ມື ການຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານກັບ​ຫວຽດ​ນາມ; ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ຊຽງ​ໄຮ ກັບ​ທ້ອ​ງ​ຖິ່ນ​ຕ່າງໆ​ຂອງ​ຫວຽດ​ນາມ ໃຫ້​ພັດ​ທະ​ນາ​ຢ່າງ​ແຮງ ແລະ ແທ​ດ​ຈິງກວ່າ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ