ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງຕ້ອນຮັບຜູ້ມີອຳນາມເຕັມແຫ່ງອົດສະຕາລີ

(VOVWORLD) -ວັນທີ 24 ພຶດສະພາ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງ ໄດ້ຕ້ອນຮັບທ່ານ Peter Cosgrove ຜູ້ມີອຳນາດເຕັມແຫ່ງອົດສະຕາລີ. 

ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງຕ້ອນຮັບຜູ້ມີອຳນາມເຕັມແຫ່ງອົດສະຕາລີ - ảnh 1 ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງຕ້ອນຮັບຜູ້ມີອຳນາມເຕັມແຫ່ງອົດສະຕາລີ Peter Cosgrove

ພາບ:vietnam+

ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ຊົມເຊີຍການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານ Peter Cosgrove ກົງກັບຈຸດເວລາສອງປະເທດສະເຫລີມສະຫລອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ ແລະ ມີຄວາມເຊື່ອໝັ້ນວ່າໃນຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດທີ່ຫາກໍ່ໄດ້ຮັບການສ້າງຕັ້ງຂຶ້ນໃນເດືອນມີນາຜ່ານມາ ຈະນຳການຮ່ວມມືສອງຝ່າຍໃນທຸກຂົງເຂດພັດທະນາຢ່າງເລິກເຊິ່ງ. ຫວຽດນາມ ຍາມໃດກໍ່ສະຫນັບສະຫນູນບົດບາດຂອງອົດສະຕາລີຢູ່ພາກພື້ນ ອາຊີ ປາຊີຟິກ, ປາດຖະຫນາຢາກສອງປະເທດສືບຕໍ່ສົມທົບກັນຢ່າງມີປະສິດທິຜົນໃນບັນດາບັນຫາພາກພື້ນ ແລະສາກົນ. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງຕີລາຄາສູງການພົວພັນເຊື່ອມຕໍ່ ແລະ ການພົວພັນແລກປ່ຽນປະຊາຊົນລະຫວ່າງສອງປະເທດນັບມື້ນັບພັດທະນາ ພ້ອມທັງໃຫ້ຮູ້ວ່າ: ລັດຖະບານ ແລະ ປະຊາຊົນຫວຽດນາມ ສະແດງຄວາມຂອບອົກຂອບໃຈຕໍ່ການຫນູນຊ່ວຍຕັ້ງຫນ້າ ແລະ ມີປະສິດທິຜົນຂອງລັດຖະບານ ອົດສະຕາລີ ສະຫງວນໃຫ້ຫວຽດນາມໃນໄລຍະຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ