ທ່ານເລຂາທິການໃຫຍ່ຫງວຽນຟູ້ຈ້ອງຖະຫວາຍທູບທຽນບູຊາອາໄລຫາປະທານ ໂຮ່ຈິມິນ ຢູ່ບາວີ່, ຮ່າໂນ້ຍ

ທ່ານເລຂາທິການໃຫຍ່ຫງວຽນຟູ້ຈ້ອງຖະຫວາຍທູບທຽນບູຊາອາໄລຫາປະທານ ໂຮ່ຈິມິນ ຢູ່ບາວີ່, ຮ່າໂນ້ຍ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອ​ມມູ​ນິດ ຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ຖະ​ຫວາຍ​ທູບ​ທຽນ​ບູ​ຊາ​ອາ​ໄລ​ຫາ​ປະ​ທານ​ ໂຮ່​ຈິ​ມິນ


(vovworld)- ຕອນ​ເຊົ້າ​ວັນ​ທີ 11/2, ກົງ​ກັບວັນ​ທີ 4 ຂອງ​ບຸນ​ເຕັດ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອ​ມມູ​ນິດ ຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ໄດ້​ໄປ​ຖະ​ຫວາຍ​ທູບ​ທຽນ​ບູ​ຊາ​ອາ​ໄລ​ຫາ​ປະ​ທານ​ ໂຮ່​ຈິ​ມິນ ແລະ ປູກ​ຕົ້ນ​ໄມ້​ເປັນ​ທີ່​ລະ​ນຶກ​ຢູ່​ເຂດ​ອະ​ນຸ​ສອນ​ສະ​ຖານ​ປະ​ທານ​ ໂຮ່​ຈິ​ມິນ ຢູ່ດ້າ​ຈົງ, ​ບາ​ວີ່, ຮ່າ​ໂນ້ຍ. ເມື່ອ​ໂອ້​ລົມ​ກັບ​ພະ​ນັກ​ງານ, ກຳ​ມະ​ກອນ, ພາ​ລະ​ກອນ, ນັກ​ຮົບ​ພວມ​ເຮັດ​ວຽກ​ຢູ່ ເຂດ​ອະ​ນຸ​ສອນ​ສະ​ຖານ​ປະ​ທານ​ ໂຮ່​ຈິ​ມິນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອ​ມມູ​ນິດ ຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ເນັ້ນ​ໜັກ​ວ່າ ນີ້​ແມ່ນ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ, ປະ​ຕິວ​ັດ ມີ​ຄວາມ​ໝາຍ​ທີ່​ສັກ​ກະ​ລະ​ບູ​ຊາ​ສຳ​ລັບ​ຊາວ​ຫວຽດ​ນາມ ແລະ ເພື່ອນ​ມິດ​ສາ​ກົນ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອ​ມມູ​ນິດ ຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ສະ​ເໜີບັນ​ດາ​ພະ​ນັກ​ງານ, ກຳ​ມະ​ກອນ, ພາ​ລະ​ກອນ, ນັກ​ຮົບ​ພວມ​ເຮັດ​ວຽກ​ຢູ່ ເຂດ​ອະ​ນຸ​ສອນ​ສະ​ຖານ​ປະ​ທານ​ ໂຮ່​ຈິ​ມິນ ຕ້ອງ​ຝຶກ​ຝົນຫຼໍ່ຫຼອມ​ເປັນ​ປະ​ຈຳ, ເຊື່ອມ​ຊຶມ​ແນວ​ຄິດ, ຄຸນ​ສົມ​ບັດ, ແບບ​ແຜນ​ການ​ດຳ​​ລົງ​ຊີ​ວິດ​ຂອງ​ປະ​ທານ​ ໂຮ່​ຈິ​ມິນ, ຈາກນັ້ນ ກໍ​ຖ່າຍ​ທອດ​ໃຫ້​ປະ​ຊາ​ຊົນ​ເມື່ອ​ມາ​ຢ້ຽມ​ຊົມ ທັດ​ສະ​ນະ​ສຶກ​ສາ​ຢູ່ນີ້ ເພື່ອ​ໃຫ້​ເຂດນີ້​ກາຍ​ເປັນ​ບ່ອນ​ສຶກ​ສາ​ອົບ​ຮົມ​ມູນ​ເຊື້ອ​ຮັກ​ຊາດ​ໃຫ້​ແກ່​ປະ​ຊາ​ຊົນ​ທຸກ​ຊັ້ນ​ວັນ​ນະ, ພິ​ເສດ​ແມ່ນ​ໄວ​ໜຸ່ມ.
ຂ່າວ/ບົດ​ອື່ນ