ທ່ານເລຂາທິການໃຫຍ່ຖະຫວາຍທູບທຽນອາໄລຫາປະທານໂຮ່ຈິມີນ
ພາບ:TTXVN
|
(vovworld)- ຕອນເຊົ້າວັນທີ 26/1 (ໝາຍເຖິງວັນທີ 29 ເດືອນ 12 ໄລ່ຕາມຈັນທະປະຕິທິນ), ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຫງວຽນຟູຈ້ອງ ໄດ້ໄປຖະຫວາຍທູບທຽນອາໄລຫາປະທານໂຮ່ຈິມີນ ຢູ່ເຂດປູຊະນີຍະສະຖານທຳນຽບປະທານປະເທດ. ນະທີ່ນີ້, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ຖະຫວາຍທູບທຽນ ສະແດງຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນອັນລົ້ນເຫລືອຕໍ່ທ່ານປະທານໂຮ່ຈິມີນ, ຜູ້ນຳປີຊາສາມາດ, ນັກວັດທະນະທຳໃຫຍ່ຂອງໂລກ, ຜູ້ນຳທີ່ເຄົາລົບຮັກຂອງຊາດຫວຽດນາມ, ຜູ້ໄດ້ອຸທິດສ່ວນຕະຫລອດຊີວິດຂອງຕົນເພື່ອເອກະລາດ, ເສລີພາບຂອງຊາດ, ເພື່ອຄວາມຜາສຸກຂອງປະຊາຊົນ. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຊົມເຊີຍພະນັກງານ, ລັດຖະກອນ ຢູ່ເຂດປູຊະນີຍະສະຖານ ໄດ້ສຳເລັດຫນ້າທີ່ທີ່ໄດ້ຮັບການມອບໝາຍເປັນຢ່າງດີ, ປະຕິບັດວຽກງານຮັບໃຊ້, ແນະນຳ, ເຜີຍແຜ່ແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈິມີນຢ່າງເລິກເຊິ່ງ, ກວ້າງຂວາງເຖິງປະຊາຊົນທຸກຊັ້ນວັນນະ.