ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງຢ້ຽມຢາມແລະເຮັດວຽກກັບກົມໃຫຍ່2,ກະຊວງປ້ອງກັນປະເທດ

ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງຢ້ຽມຢາມແລະເຮັດວຽກກັບກົມໃຫຍ່2,ກະຊວງປ້ອງກັນປະເທດ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟຸ​ຈ້ອງ, ເລ​ຂາ​ຄະ​ນະ​ພັກ​ການທະ​ຫານສູນ​ກາງ
​ລົງ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ກັບ​ກົມ​ໃຫຍ່ 2
(ພາບ: TTXVN)

(vovworld) - ​ຕອນ​ເຊົ້າ​ວັນ​ທີ 19/12, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກ​ອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟຸ​ຈ້ອງ, ເລ​ຂາ​ຄະ​ນະ​ພັກ​ການທະ​ຫານສູນ​ກາງ ໄດ້​ລົງ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ກັບ​ກົມ​ໃຫຍ່ 2, ກະ​ຊວງ​ປ້ອງ​ກັນ​ປະ​ເທດ. ກ່າວ​ຄຳ​ເຫັນ​ຢູ່​ທີ່ນີ້, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟຸ​ຈ້ອງ​ ໃຫ້​ຮູ້​ວ່າ, ໃນ​ຊຸມ​ປ​ີ​ມໍ່ໆ​ມານີ້, ສືບ​ລາ​ຊະ​ການ​ລັບ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ໄດ້​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ອັນ​ສະ​ຫງ່າ​ລາ​ສີ, ຊາບ​ຊຶມ ແລະ ປະ​ຕິ​ບັດ​ບັນ​ດາ​ມະ​ຕິ, ຄຳ​ສັ່ງ ແລະ ການ​ຊີ້​ນຳ​ຂອງ​ກົມ​ການ​ເມືອງ, ຄະ​ນະ​ພັກ​ການ​ທະ​ຫານ​ສູນ​ກາງ ແລະ ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຢ່າງ​ເຂັ້ມ​ງວດ, ຜ່ານ​ຜ່າ​ບັນ​ດາ​ຄວາມ​ຫຍ​ຸ້ງ​ຍາກ, ມາ​ນະ​ພະ​ຍາ​ຍາມ​ສູ້​​ຊົນ, ຂຸດຄົ້​ນ​ວິ​ທີ​ການ​ເຄື່ອນ​ໄຫວ​ສືບ​ລາ​ຊະ​ການ​ລັບ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ປະ​ຕິ​ບັດ​ບັນ​ດາ​ໜ້າ​ທີ່​ວຽກ​ງານ​ເປັນ​ຢ່າງ​ດີ, ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ວຽກ​ງານ​ປ່ຽນ​ໃໝ່, ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟຸ​ຈ​້ອງ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ, ກົມ​ໃຫຍ່​ສື​ບ​ລາ​ຊະ​ການ​ລັບ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຈະ​ປະ​ຕິ​ບັດ​ໜ້າ​ທີ່​ໜັກ​ໜ່ວງ​ແມ່ນ​ອົງ​ການ​ສື​ບ​ລາ​ຊະ​ການ​ລັບ​ຍຸດ​ທະ​ສາດ​ຂອງ​ພັກ, ລັດ ແລະ ອົງ​ການ​ສືບ​ລາ​ຊະ​ການ​ລັບ​ສະ​ເພາະ​ຂະ​ແໜງ​ການ​ທະ​ຫານ​ຂອງຄະ​ນະ​ພັກ​ການ​ທະ​ຫານ​ສູນ​ກາງ, ກະ​ຊວງ​ປ້ອງ​ກັນ​ປະ​ເທດໃຫ້​ສຳ​ເລັດ​ຜົນ...

ຂ່າວ/ບົດ​ອື່ນ