ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງລົງຢ້ຽມຢາມເມືອງຢຽນແຄ໋ງແຂວງແຄ໋ງຮ່ວາ

ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງລົງຢ້ຽມຢາມເມືອງຢຽນແຄ໋ງແຂວງແຄ໋ງຮ່ວາ - ảnh 1
(ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ເຮັດ​ວຽກ​ຢູ່​ແຂວງ ​ແຄ໋ງຮ່ວາ)

(vovworld) - ​ໂດຍ​ສືບ​ຕໍ່​ການ​ປະຕິບັດ​ງານ​ຢູ່ບໍລິເວນ​ທາງທິດ​ໃຕ້​ພາກ​ກາງ, ວັນ​ທີ 04/05, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟຸຈ້ອງ ​ໄດ້​ລົງ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ ​ແຄ໋ງຮ່ວາ. ກ່ອນ​ໜ​້ານັ້ນ ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ລົງ​ຢ້ຽມຢາມພະນັກງານ, ປະຊາຊົນ​ຕາ​ແສງ ຢຽນດ່ຽນ, ​ເມືອງ​ຢຽນ​ແຄ໋ງ. ​ໂດຍຮັບຮູ້ ​ແລະ ​ເຫັນ​ດີ​ກັບ​ບັນດາ​ຄວາມ​ເຫັນ​ໃນການ​ເຮັດ​ວຽກ, ທ່ານ​ເລຂາທິການ​ໃຫຍ່ ​ເນັ້ນ​ໜັກ​ວ່າ: ການກໍ່ສ້າງ​ຊົນນະບົດ​​ໃໝ່​ຢູ່ ຢຽນ​ແຄ໋ງ ຕ້ອງ​ຄິດ​ໄລ່ຕາມທິດ​ຕິດ​ພັນ​ກັບ​ຫັນ​ເປັນ​ຕົວ​ເມືອງ​ໃນ​ໄລຍະ​ຈະ​ມາ​ເຖິງ. ທ່ານ​ເລຂາທິການ​ໃຫຍ່ ປາດ​ຖະໜາ​ວ່າ: ຢຽນ​ແຄ໋ງ ​ເວົ້າ​ລວມ ​ແລະ ຕາ​ແສງ ຢຽນດ່ຽນ ​ເວົ້າ​ສະ​ເພາະ ຈະ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ຂອງຫົວໜ່ວຍ​ວິລະ​ຊົນ, ບໍ່ຍອມຮັບຕໍ່ທຸກສິ່ງນັບລຸໄດ້ ຫາກ​ຍັງ​ຕ້ອງ​ບືນ​ຕົວ​ຂຶ້ນ ກາຍ​ເປັນຄັນທຸງນຳໜ້າ​ຂອງ​ແຂວງ ​ແຄ໋ງຮ່ວາອີກດ້ວຍ.

ຂ່າວ/ບົດ​ອື່ນ