ທາບທາມຄວາມເຫັນດ້ານການເມືອງຫວຽດນາມ-ອີຣານ

ທາບທາມຄວາມເຫັນດ້ານການເມືອງຫວຽດນາມ-ອີຣານ - ảnh 1
ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອີ​ຣານ Ibrahim Rahimpour ແລະ ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບີ່ງ​ມິງ (ພາບ: VGP/Hải Minh)

(vovworld) – ໃນ​ລ​ະ​ຫວ່າງວັນ​ທີ 16 – 18/3/2015, ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອີ​ຣານ Ibrahim Rahimpour ຢູ່​ຢ້ຽມ​ຢາມ ຫວຽດ​ນາມ ແລະ ເຂົ້າ​ຮ່ວມກອງ​ປະ​ຊຸມ​ທາບ​ທາມ​ຄວາມ​ເຫັນ​ການ​ເມືອງ​ປະ​ຈຳໄລ​ຍະ​ຄັ້ງ​ທີ 6 ກັບ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ, ​ຢູ່​ຮ່າ​ໂນ້ຍ. ຕອນ​ບ່າຍ​ວັນ​ທີ 17/3, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຟ້າມ​ບີ່ງ​ມິງ ຕ້ອນ​ຮັບ​ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອີ​ຣານ Ibrahim Rahimpour. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ ຟ້າມ​ບີ່ງ​ມິງ ຢັ້ງ​ຢືນ ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ, ຮ່ວມ​ມືຫຼາຍ​ດ້ານ​ກັບ ອີ​ຣານ, ຖື​ວ່າ 2 ຝ່າຍ​ຄວນ​ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້​ກ​ານ​ຜັນ​ຂະ​ຫຍາຍບັນ​ດາ​ຂໍ້​ຕົກ​ລົງ​ລະ​ຫວ່າງ 2 ປະ​ເທດ, ໃນ​ນັ້ນ​ພິ​ເສດ​ແມ່​ນ​ບັນ​ດາ​ຂໍ້​ຕົກ​ລົງ​ທີ່​ບັນ​ລຸ​ໄດ້​ໃນ​ການ​ຢ້ຽມ​ຢາມ ອີ​ຣານ​ຂອງ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເມື່ອ​ເດືອນ 10/2014.

        ກ່ອນ​ໜ້ານັ້ນ, ຕອນ​ເຊົ້າ​ວັນ​ທີ 17/3, ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອີ​ຣານ Ibrahim Rahimpour ໄດ້​ເຈ​ລະ​ຈາ​ກັບ​ ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຫວູ​ຮົ່ງ​ນາມ, 2 ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ສັນ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ, ສືບ​ຕໍ່​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ບັນ​ດາ​ເວ​ທີ​ປາ​ໄສ​ສາ​ກົນ. ກ່ຽວ​ກັບ​ດ້າ​ນ​ເສດ​ຖະ​ກິດ, 2 ຝ່າຍ​ເປັນ​ເອ​ກະ​ສັນ​ກັນ​ເພີ່ມ​ທະ​ວີ​ການ​ສຳ​ພັດ​ລະ​ຫວ່າງ​ບັນ​ດາ​ກະ​ຊ​ວງ, ຂະ​ແໜງ​ການ ແລະ ວົງ​ການ​ນັກ​​ທຸ​ລະ​ກິດ 2 ປະ​ເທດ, ຈາກນັ້ນ​ສູ້​ຊົນ​ຍົກ​ສູງວົງ​ເງິນ 2 ຝ່າຍ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ.


ຂ່າວ/ບົດ​ອື່ນ