ນັກຊ່ຽວຊານ, ນັກຮຽນຮູ້ສາກົນຕີລາຄາສູງຂໍ້ລິເລີ່ມຂອງຫວຽດນາມ ໃນການຮັບມືກັບສິ່ງທ້າທາຍດ້ານຄວາມໝັ້ນຄົງທາງທະເລ

(VOVWORLD) -ບັນດາຂໍ້ສະເໜີຂອງ ຫວຽດນາມ ທີ່ໄດ້ຍົກອອກມາໃນວາລະປຶກສາຫາລືແມ່ນເໝາະສົມ ແລະ ແທດຈິງທີ່ສຸດ, ສະແດງໃຫ້ເຫັນລັກສະນະເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບສູງຂອງຫວຽດນາມ ໃນການຮັບມືກັບບັນດາສິ່ງທ້າທາຍລວມ.
ນັກຊ່ຽວຊານ, ນັກຮຽນຮູ້ສາກົນຕີລາຄາສູງຂໍ້ລິເລີ່ມຂອງຫວຽດນາມ ໃນການຮັບມືກັບສິ່ງທ້າທາຍດ້ານຄວາມໝັ້ນຄົງທາງທະເລ - ảnh 1ທ່ານປະລິນຍາເອກ Gerhard Will
(ພາບ: TTXVN)

ວົງການນັກຊ່ຽວຊານ, ນັກຮຽນຮູ້ ເຢຍລະມັນ ມີບັນດາການຕີລາຄາຢ່າງຕັ້ງໜ້າສຳລັບບັນດາຂໍ້ສະເໜີເຊິ່ງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ຍົກອອກມາທີ່ວາລະປຶກສາຫາລືເປີດຂັ້ນສູງທາງອອນລາຍຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ເພື່ອແນໃສ່ຮັບມືກັບບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງທາງທະເລ, ເຊິ່ງໄດ້ດຳເນີນໃນວັນທີ 09 ສິງຫາ.

        ທ່ານປະລິນຍາເອກ Gerhard Will, ອະດີດນັກຊ່ຽວຊານກ່ຽວກັບທະເລຕາເວັນອອກຂອງສະຖາບັນວິທະຍາສາດ ແລະ ການເມືອງ ເຢຍລະມັນ, ຖືວ່າ ບັນດາຂໍ້ສະເໜີຂອງ ຫວຽດນາມ ທີ່ໄດ້ຍົກອອກມາໃນວາລະປຶກສາຫາລືແມ່ນເໝາະສົມ ແລະ ແທດຈິງທີ່ສຸດ, ສະແດງໃຫ້ເຫັນລັກສະນະເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບສູງຂອງຫວຽດນາມ ໃນການຮັບມືກັບບັນດາສິ່ງທ້າທາຍລວມ.

        ສ່ວນນັກຊ່ຽວຊານຂອງສະຖາບັນການເມືອງ ຢູແກຼນ ທ່ານ Vladimir Volya ຖືວ່າ, ຫຼັກໝັ້ນຂອງຫວຽດນາມ ໄດ້ສະແດງໃຫ້ເຫັນໜ້າທີ່ຄວາມຮັບຜິດຊອບຂອງຫວຽດນາມ ເພື່ອແນໃສ່ຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນ. ທ່ານເຊື່ອໝັ້ນວ່າ ຈຸດເດັ່ນຂອງຫວຽດນາມ ຈະຊ່ວຍຍົກສູງບົດບາດຂອງປະເທດໃນພື້ນຖານການເມືອງທົ່ວໂລກ ແລະ ພາກພື້ນ.

        ໃນຂະນະນັ້ນ, ທ່ານ Sergey Shabovta ນັກຊ່ຽວຊານສະຖາບັນການເມືອງຢູແກຼນ, ຖືວ່າ ຂໍ້ສະເໜີຂອງທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ທີ່ວາລະປຶກສາຫາລືຄັ້ງທຳອິດກ່ຽວກັບບັນຫາຄວາມໝັ້ນຄົງທາງທະເລຂອງສະພາຄວາມໝັ້ນຄົງ “ມີນ້ຳໜັກ, ອາດສາມາດສົ່ງຜົນກະທົບຫຼາຍພໍສົມຄວນເຖິງການຮັບມືຢ່າງມີປະສິດທິຜົນ ສຳລັບບັນດາສິ່ງທ້າທາຍຄວາມໝັ້ນຄົງທາງທະເລ”.

ຕອບກັບ

ຂ່າວ/ບົດ​ອື່ນ