ນັກຊ່ຽວຊານ ອິນເດຍ: ຫວຽດນາມ ແມ່ນຄູ່ຮ່ວມມືມີຄວາມໄວ້ເນື້ອເຊື່ອໃຈຢູ່ ອາຊີຕາເວັນອອກສ່ຽງໃຕ້

(VOVWORLD) - ໃນສະພາບການໂລກມີການຜັນແປຢ່າງສັບສົນນັ້ນ, ການຢ້ຽມຢາມ ອິນເດຍ ຂອງທ່ານນາຍົກລັດຖະມົນຕີ  ຟ້າມມິງຈິງ ມີຄວາມໝາຍຕັ້ງໜ້າຫຼາຍຢ່າງ.
ນັກຊ່ຽວຊານ ອິນເດຍ: ຫວຽດນາມ ແມ່ນຄູ່ຮ່ວມມືມີຄວາມໄວ້ເນື້ອເຊື່ອໃຈຢູ່ ອາຊີຕາເວັນອອກສ່ຽງໃຕ້ - ảnh 1(ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ໄປຢ້ຽມຢາມທາງລັດຖະກິດ ອິນເດຍ ແຕ່ວັນທີ 30 ກໍລະກົດ - 01 ສິງຫາ
ພາບ: TTXVN)

        ຫວຽດນາມ ແມ່ນເພື່ອນທີ່ມີມາແຕ່ດົນນານ ແລະ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືມີຄວາມໄວ້ເນື້ອເຊື່ອໃຈຂອງ ອິນເດຍ ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ນີ້ແມ່ນຂໍ້ສັງເກດຂອງທ່ານສາດສະດາຈານ Prabir De ຢູ່ສູນອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) - ອິນເດຍ, ສັງກັດລະບົບຄົ້ນຄວ້າ ແລະ ຂໍ້ມູນໃຫ້ແກ່ບັນດາປະເທດພວມພັດທະນາ (RIS), ເນື່ອງໃນໂອກາດການຢ້ຽມຢາມ ອິນເດຍ ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ແຕ່ວັນທີ 30 ກໍລະກົດ - 01 ສິງຫາ.

        ຕາມທ່ານສາດສະດາຈານ Prabir De ແລ້ວ, ໃນສະພາບການໂລກມີການຜັນແປຢ່າງສັບສົນນັ້ນ, ການຢ້ຽມຢາມ ອິນເດຍ ຂອງທ່ານນາຍົກລັດຖະມົນຕີ  ຟ້າມມິງຈິງ ມີຄວາມໝາຍຕັ້ງໜ້າຫຼາຍຢ່າງ. ທ່ານຕີລາຄາວ່າ, ຫວຽດນາມ ແມ່ນໜຶ່ງໃນບັນດາສະມາຊິກຫຼັກແຫຼ່ງຂອງ ອາຊຽນ, ພ້ອມທັງແມ່ນໜຶ່ງໃນບັນດາກຳລັງໜູນຂອງການເຊື່ອມໂຍງ ອາຊຽນ. ອິນເດຍ ແລະ ອາຊຽນ ໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານ. ສະນັ້ນ, ການຢ້ຽມຢາມຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍ່ມີຄວາມໝາຍຢ່າງໃຫຍ່ຫຼວງຕໍ່ການພົວພັນ ອາຊຽນ ແລະ ອິນເດຍ.

        ກ່ຽວກັບຄວາມສາມາດບົ່ມຊ້ອນໃນການຮ່ວມມື 2 ຝ່າຍ, ທ່ານສາດສະດາຈານ Prabir De ຖືວ່າ, ອິນເດຍ, ຫວຽດນາມ ແມ່ນບັນດາຄູ່ຮ່ວມມືມີຄວາມໄວ້ເນື້ອເຊື່ອໃຈ ແລະ ການຄ້າ 2 ຝ່າຍໄດ້ລືນກາຍ 15 ຕື້ USD ໃນຊຸມປີມໍ່ໆມານີ້. ທ່ານຄິດວ່າ 2 ປະເທດອາດສາມາດເພີ່ມທະວີການພົວພັນດ້ານການຄ້າຜ່ານສັນຍາເສລີທົດລອງ.

        ກໍ່ຕາມທ່ານ Prabir De ແລ້ວ, ເມື່ອສັງເກດຈາກທັດສະນະເສດຖະກິດ ແລະ ຄວາມໝັ້ນຄົງ, ມີຫຼາຍລາຍການ, ໂຄງການເຊິ່ງ ອິນເດຍ ແລະ ຫວຽດນາມ ສາມາດປະຕິບັດໄດ້ ຖ້າຫາກຊອກຫາໄດ້ຍຸດທະສາດທີ່ດີເພື່ອຊຸກຍູ້ວິໄສທັດ ອາຊຽນ ກ່ຽວກັບມະຫາສະໝຸດອິນເດຍ - ປາຊີຟິກ (AOIP) ແລະ ຂໍໍ້ລິເລີ່ມ ມະຫາສະໝຸດອິນເດຍ - ປາຊີຟິກ (IPOI).

ຕອບກັບ

ຂ່າວ/ບົດ​ອື່ນ