(vovworld) - ຜູ້ຕາງຫນ້າກຸ່ມບໍລິສັດ Bayer ແລະ ຄະນະກຳມະການສິ່ງແວດລ້ອມ ຂຶ້ນກັບ ສປຊ ໃຫ້ຮູ້ວ່າ: ນັກສຶກສາ ຫວຽດນາມ Dang Huynh Mai Anh(ຢູ່ມະຫາວິທະຍາໄລການຄ້າຕ່າງປະເທດຫວຽດນາມ), ທູດສິ່ງແວດລ້ອມ Bayer ຫວຽດນາມ ໄດ້ກາຍເປັນຫນຶ່ງໃນການນຳຫນຸ່ມກ່ຽວກັບສິ່ງແວດລ້ອມ Bayer ທົ່ວໂລກປີ 2012. ນັກສຶກສາ Dang Huynh Mai Anh ໄດ້ໝູນໃຊ້ຄວາມຮູ້ດ້ານເສດຖະກິດເຂົ້າໃນພຶດຕິກຳຕົວຈິງ ເມື່ອຜັນຂະຫຍາຍແນວຄວາມຄິດຊ່ວຍບັນດາຄອບຄົວຫລຸດຜ່ອນການນຳໃຊ້ປະລິມານພະລັງງານ, ຂີ້ເຫຍື້ອ ແລະ ນຳໃຊ້ແຫລ່ງຊັບພະຍາກອນປະຢັດເພື່ອປະຢັດລາຍຈ່າຍ. ລາງວັນການນຳຫນຸ່ມສິ່ງແວດລ້ອມ Bayer ທົ່ວໂລກ ນອນໃນຂອບເຂດໂຄງການທູດສິ່ງແວດລ້ອມ Bayer ໄດ້ຮັບການຈັດຕັ້ງຂຶ້ນປະຈຳປີ.