ນັກສຶກສາຄົນໃໝ່ 1500 ຄົນໄດ້ຮັບທຶນສຶກສາ “ຕໍ່ກຳລັງແຮງເພື່ອໄປໂຮງຮຽນ ”


ນັກສຶກສາຄົນໃໝ່ 1500 ຄົນໄດ້ຮັບທຶນສຶກສາ “ຕໍ່ກຳລັງແຮງເພື່ອໄປໂຮງຮຽນ ” - ảnh 1
ມ​ອບ​ທຶນ​ສຶກ​ສາ​ໃຫ້​ແກ່​ນັກ​ສຶກ​ສາຢູ່​ນະ​ຄອນ​ໂຫ້ຍ​ອານ
(ພາບ: baomoi)

(vovworld)- ຕອນ​ເຊົ້າ​ວັ​ນ​ທີ 4/10, ຢູ່​ນະ​ຄອນ​ຍາ​ຈາງ, 73 ທຶນ​ສຶກ​ສາ, ແຕ່​ລະ​ທຶນ​ມີ​ມູນ​ຄ່າ 7 ລ້ານ​ດົງ ໄດ້​ຖືກມອບ​ໃຫ້​ບັນ​ດາ​ນັກ​ສຶກ​ສາ​ປີ​ທີ 1 ໄດ້​ບືນ​ຕົວ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກຢູ່ແຂວງ​ແຄ້ງ​ຮ່​ວາ ແລະ ນິງ​ຖ້ວນ. ນີ້​ແມ່ນ​ການ​ເຄື່ອນ​ໄຫວນອນ​ໃນ​ໂຄງ​ການ “ເພື່ອ​ພັດ​ທະ​ນາ​ໃນອະ​ນາ​ຄົດ” ຂອງ​ໜັງ​ສື​ພິມ​ໄວ​ໜຸ່ມ, ໃນ​ນັ້ນ, ທຶນສຶກ​ສາ “ຕໍ່​ກຳ​ລັງ​ແຮງ​ເພື່ອ​ໄປ​ໂຮງຮຽນ ” ແມ່ນ​ທຶນ​ສຶກ​ສາ​ທີ່​ສະ​ຫງວ​ນ​ໃຫ້​ແກ່​ນັກ​ສຶກ​ສາ​ຄົນ​ໃໝ່​ສົກ​ຮຽນ 2015-2016. ໃນ​ປີນີ້ມີນັກ​ສຶກ​ສາ​ຄົນ​ໃໝ່ 1500 ຄົນ​ໄດ້ຮັບທຶນສຶກ​ສາ “ຕໍ່​ກຳ​ລັງ​ແຮງ​ເພື່ອ​ໄປ​ໂຮງຮຽນ ” ດ້ວຍຍອດ​ມູນ​ຄ່າ 10 ຕຶ້​ກວ່າດົງ. ​ນ້ອງ​ຫວຽນ​ທິ​ຢ້ຽມ​ຄວາ ຢູ່​ແຂວງ​ແຄ້ງ​ຮ່​ວາ ນັກ​ສຶກ​ສາ​ປີ​ທີ 1 ​ມະ​ຫາ​ວິ​ທະ​ຍາ​ໄລກົດ​ໝາຍ​ນະ​ຄອນ​ໂຮ່​ຈິ​ມິນ ໃຫ້​ຮູ້​ວ່າ :

 “ ນ້ອງ​ມີ​ສະ​ພາບຄອບ​ຄົວທີ່​ຫຍຸ້ງ​ຍາກ, ຍ້ອນ​ເປັນ​ເດັກ​ກຳ​ພ້າ​ແຕ່​ຄາວ​ຍັງ​ນ້ອຍ. ຄ່າ​ໂຮງ​ຮຽນ, ນ້ອງຕ້ອງໄປ​ກູ້​ຢື​ມ. ເມື່ອ​ໄດ້​ຮັບ​ທຶນ​ສຶກ​ສາ​ຂອງ ຂອງ​ໜັງ​ສື​ພິມ​ໄວ​ໜຸ່ມ, ນ້ອງ​ດີ​ໃຈຫຼາຍ ເພາະ​ມີ​ສ່ວນ​ໜຶ່ງ​ເພື່ອ​ຈ່າຍ​ຄ່າ​ໂຮງ​ຮຽນ ”

ຂ່າວ/ບົດ​ອື່ນ