ນັກສຶກສາລາວ,ກຳປູເຈຍເຂົ້າຮ່ວມລາຍການ“ບຸນເຕັດປີມະເມຍ2014ຢ່າງເບີກບານມ່ວນຊື່ນ”

ນັກສຶກສາລາວ,ກຳປູເຈຍເຂົ້າຮ່ວມລາຍການ“ບຸນເຕັດປີມະເມຍ2014ຢ່າງເບີກບານມ່ວນຊື່ນ” - ảnh 1
ພາບປະກອບ

(vovworld) – ຕອນ​ຄໍ່າ​ວັນ​ທີ 16/1, ທີ່​ນະຄອນ​ ໂຮ່ຈີ໋ມິນ, ນັກ​ສຶກສາ ລາວ, ກຳປູ​ເຈຍ ກວ່າ 120 ຄົນ​ພ້ອມ​ກັນ​ເຂົ້າຮ່ວມ​ລາຍການ “ບຸນ​ເຕັດ​ປີ​ມະ​ເມຍ 2014 ຢ່າງ​​ເບີກບານ​ມ່ວນ​ຊື່ນ”​ ໂດຍ​ຄະນະ​ຄຸ້ມ​ຄອງ​ຫໍ​ພັກ​ນັກ​ສຶກສາ ລາວ ຈັດຕັ້ງ. ​ໃນ​ບັນຍາກາດຊຶ່ງ​ໄດ້ຮັບ​ການ​ປະດັບ​ປະດາ​ຢ່າງ​ອົບ​ອຸ່ນດ້ວຍ​ສີ​ເຫຼືອງສົດຂອງ​ດອກ​​ເໝີຍ, ​ເຂົ້າຕົ້ມ, ບັນດານັກ​ສຶກສາ ລາວ, ກຳປູ​ເຈຍ ທີ່​ພວມ​ດຳລົງ​ຊີວິດ, ຮໍ່າຮຽນຢູ່​ນະຄອນ ​ໂຮ່ຈີ໋ມິນ​​ ໄດ້ພ້ອມ​ກັນ​ຮ້ອງ​ເພງບັນດາ​ບົດ​ເພງ​ກ່ຽວກັບ​ບຸນ​ເຕັດ​ຂອງ ຫວຽດນາມ, ຕັ້ງ ​ແລະ ຕອບ​ຄຳທວາຍ​ກ່ຽວກັບລະດູບານ​ໃໝ່ ​ແລະ ຮັບ​​ຂອງຂວັນ​. ​ໃນ​ລາຍການ, ຄະນະ​ຈັດຕັ້ງ​ໄດ້​ມອບ​ຂອງຂວັນ 28 ພູດ​ໃຫ້​ແກ່ນັກ​ສຶກສາ ລາວ ​ແລະ ກຳປູ​ເຈຍ ​ທີ່ປະສົບ​ກັບ​ຄວາມ​ຫຍູ້​ງຍາກ​ແຕ່ມີ​ຜົນ​ງານດີ​ເດັ່ນ​​ໃນ​ການຮໍ່າຮຽນ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ປະຈຳ​ປີ,​ ຊ່ວຍ​ໃຫ້ນັກ​ສຶກ​ສາປະ​ເທດ​ບ້ານ​​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວກັບ​ຮີດຄອງ​ປະ​ເພນີ​​ຂອງ​ບຸນ​ເຕັດ​ກໍ່​ຄື​ບັນດາສີສັນ​ວັດທະນະ​ທຳທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາວ ຫວຽດນາມ.

ຂ່າວ/ບົດ​ອື່ນ