ນັກຮຽນຮູ້ລັດເຊຍສະໜັບສະໜູນການແກ້ໄຂຂໍ້ຂັດແຍ່ງກັນຢູ່ທະເລຕາເວັນອອກຕາມສົນທິສັນຍາກົດໝາຍວ່າດ້ວຍທະເລ
(ພາບປະກອບ)
(vovworld) – ເມື່ອຕອບສຳພາດຕໍ່ນັກຂ່າວ ສຳນັກຂ່າວສານຫວຽດນາມປະຈຳມົດສະກູ, ສະຫະພັນລັດເຊຍ. ບັນດານັກຮຽນຮູ້, ນັກຊ່ຽວຊານກ່ຽວກັບຫວຽດນາມ ແລະ ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຖືວ່າ: ສະພາບທະເລຕາເວັນອອກໃນປີ 2015 ໄດ້ມີການຜັນແປຢ່າງຊັກຊ້າຕາມທິດປະທະກັນ. ເປັນໜ້າວິຕົກກັງວົນໄປກວ່ານັ້ນແມ່ນ ເມື່ອບັນຫາທະເລຕາເວັນອອກຍັງບໍ່ທັນໄດ້ຮັບການແກ້ໄຂດ້ວຍວິວັດການທູດໃຫ່ຍ. ບັນດານັກຮຽນຮູ້ໃຫ້ຂໍ້ສັງເກດວ່າ: ຈີນບໍ່ສາມາດສືບຕໍ່ບັນດານະໂຍບາຍການຕ່າງປະເທດທີ່ເຄັ່ງຕຶງ ແລະ ເກາະຜິດຢູ່ທະເລຕາເວັນອອກ ຍ້ອນຜົນປະໂຫຍດອັນໃຫ່ຍຫຼວງເຊິ່ງທະເລຕາເວັນອອກນຳມາໃຫ້ ພ້ອມກັບຈຸດປະສົງຕົ້ນຕໍ ເພື່ອແນໃສ່ຮັກສາສະຖຽນລະພາບກ່ຽວກັບພະລັງງງານ ເຊິ່ງຈີນບໍ່ຢາກແບ່ງປັນໃຫ້ບໍ່ວ່າປະເທດໃດ ໂດຍບໍ່ຫົວຊາຕໍ່ເລື່ອງຕ້ອງຂັດແຍ່ງກັບບັນດາປະເທດໃນພາກພື້ນ. ນອກນັ້ນ ຈີນຍັງສະແດງແນວຄິດຢາກຍຶດຄອງທະເລຕາເວັນອອກພຽງຜູ້ດຽວ ຊຳ້ບໍ່ໜໍານັບທັງເຂດປາຊີຝິກອີກ. ກ່ຽວກັບທິດແກ້ໄຂໃຫ້ບັນຫາທະເລຕາເວັນອອກນັກຊ່ຽວຊານ ໄດ້ເນັ້ນໜັກເຖິງການສະໜັບສະໜູນບັນດາຝ່າຍແກ້ໄຂການຂັດແຍ່ງກັນຕາມສົນທິສັນຍາ ກົດໝາຍວ່າດ້ວຍທະເລ ປີ 1982 ແລະ ຂອບເຂດກົດໝາຍສາກົນ.