ນາຍພົນ Daniel Schaeffer
ພາບ:TTXVN
|
(vovworld)- ວັນທີ 9/11, ນັກຂ່າວຂ່າວສານຫວຽດນາມ ປະຈຳ ຝລັ່ງ ໄດ້ຄັດຄຳເວົ້າຂອງບັນດາຜູ້ຊ່ຽວຊານຄົ້ນຄ້ວາຂອງສາກົນ ທີ່ຢືນຢັນວ່າ: ການທວງເອົາອະທິປະໄຕຂອງຈີນ ຢູ່ ທະເລຕະເວັນອອກແມ່ນໄຮ້ເຫດຜົນ, ບໍ່ອີງໃສ່ບໍ່ວ່າພະຍານຫລັກຖານດ້ານນິຕິກຳຫລືປະຫວັດສາດໃດ. ນາຍພົນ Daniel Schaeffer, ນັກຮຽນຮູ້ຜູ້ມີຊື່ສຽງຂອງ ຝລັ່ງ ໄດ້ເວົ້າວ່າ: ຈີນອະພິປາຍກົດໝາຍວ່າດ້ວຍທະເລສາກົນ ຕາມວິທີຂອງເຂົາເຈົ້າ ແລະ ບັນດາການອະພິປາຍຢັ້ງຢືນນັ້ນແມ່ນໄຮ້ເຫດຜົນ. ທ່ານຢືນຢັນວ່າ: ແຕ່ກ່ອນມາຮອດປະຈຸບັນ, ປັກກີງ ບໍ່ທັນຍົກອອກໄດ້ບັນດາພະຍານຫລັກຖານປະຫວັດສາດລະອຽດໃດກ່ຽວກັບເລື່ອງເຂົາເຈົ້າປະຕິບັດການຄຸ້ມຄອງບັນດາໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ ຢ່າງລຽນຕິດ ກ່ອນທີ່ ຮ່ວາງຊາ ແລະ ສ່ວນຫນຶ່ງຂອງ ເຈື່ອງຊາຖືກປະເທດນີ້ຢຶດຄອງຢ່າງຜິດກົດໝາຍ. ສ່ວນ ທ່ານ Bruno Hellendorff, ຜູ້ຊ່ຽວຊານ ຮັບຜິດຊອບໂຄງການປາຊີຟີກ ມີສຳນັກງານຕັ້ງຢູ່ ບຣຸກແຊນ ປະເທດ ແບນຊິກ ກໍຕີລາຄາສູງ ເລື່ອງຫວຽດນາມ ເພີ່ມທະວີການຈັດຕັ້ງບັນດາກອງປະຊຸມສຳມະນາກ່ຽວກັບທະເລຕາເວັນອອກໃນໄລຍະມໍ່ໆມານີ້, ພິເສດ ແມ່ນວົງການນັກຮຽນຮູ້ ແລະ ການນຳຫວຽດນາມ ເຂົ້າຮ່ວມບັນດາກອງປະຊຸມສຳມະນາກ່ຽວກັບທະເລຕາເວັນອອກ ນັບມື້ນັບຫລາຍກວ່າ.