ນິງບິ່ງສືບຕໍ່ຈັດຕັ້ງການຜະລິດຕາມທິດສຸມໃສ່ບັນດາຜະລິດຕະພັນຕົ້ນຕໍ່

ນິງບິ່ງສືບຕໍ່ຈັດຕັ້ງການຜະລິດຕາມທິດສຸມໃສ່ບັນດາຜະລິດຕະພັນຕົ້ນຕໍ່ - ảnh 1
ນິງບິ່ງສືບຕໍ່ຈັດຕັ້ງການຜະລິດຕາມທິດສຸມໃສ່ບັນດາຜະລິດຕະພັນຕົ້ນຕໍ່
(ພາບ: VGP)

(vovworld) -​ ນິງ​ບິ່ງ ສືບ​ຕໍ່​ຈັດ​ຕັ້ງ​ການ​ຜະ​ລິດ​ຕ​າມ​ທິດ​ ສຸມໃສ່​ເຂົ້າ​ໃນ​ບັນ​ດາ​ຜະ​ລິດ​ຕະ​ພັນ​ຕົ້ນ​ຕໍ. ນີ້​ແມ່ນ​ຄຳ​ຊ​ີ້​ນຳ​ຂອງ​ທ່ານ​ຮອງ​ນາ​ຍົກ​ລ​ັດ​ຖະ​ມົນ​ຕີ ຫວູ​ວັນ​ນິງ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ສູນ​ກາງ​ໂຄ​ງການ​ຈຸດ​ໝາຍ​ແຫ່ງ​ຊາດກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ໃນ​ຕອ​ນ​ເຊົ້າ​ວັນ​ທີ 04/12, ທີ່ກອງ​ປະ​ຊຸມ​ສະ​ຫຼຸບ 5 ປີ​ແຫ່ງ​ການ​ປະ​ຕິ​ບັດ​ໂຄງ​ການ​ຈຸດ​ໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່ ໄລ​ຍະ 2011 – 2015 ຂອງ​ແຂວງ​ນິງ​ບິ່ງ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ວັນ​ນິງ ສະ​ເໜີ​ວ່າ.

      “ແຂວງ​ນິງ​ບິ່ງ ຕ້ອງ​ປຸກ​ລະ​ດົມ​ຢ່າງ​ສຸດ​ຂີດ ແລະ ນຳ​ໃຊ້​ບັນ​ດາ​ແຫຼ່ງ​ກຳ​ລັງ​ໃນ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ປະ​ຕິ​ບັດ​ວຽກ​ງານ​ປະ​ສານ​ສົມ​ທົບ​ຕິດ​ພັນ​ກັບ​ບັນ​ດາ​ແຜນການ, ໂຄງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ໃນ​ບໍ​ລິ​ເວນ, ໂ​ດຍ​ສະ​ເພາະ​ແມ່ນ​ໂຄງ​ການ​ຈຸດ​ໝາຍ​ແຫ່ງ​ຊາດ​ຊົນ​ນະ​ບົດ​ໃໝ່ ແລະ ໂຄງ​ການ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແບບ​ຍື​ນ​ຍົງ. ສືບ​ຕໍ່​ນຳ​ໃຊ້​ບັນ​ດາ​ກົນ​ໄກ, ນະ​ໂຍ​ບາຍ​ລວມ​ມີ​ທິດ​ທາງກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ໃຫ້​ເໝາະ​ສົມ​ກັບ​ເງື່ອນ​ໄຂ​ຕົວ​ຈິງ ແລະ ຄວາມ​ສາ​ມາດ​ປະ​ກອບ​​ສ່ວນຂອງ​ປະ​ຊາ​ຊົນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ພ້ອມ​ກັບ​ການ​ສູ້​​ຊົນ​ປະ​ຕິ​ບັດ​ສຳ​ເລັດ​ບັນ​ດາ​ຄາດ​ໝາຍ​ທີ່​ຍັງ​ເຫຼືອ, ເ​ອົາ​ໃຈ​ໃສ່​ເພີ່ມ​ທະ​ວ​ີ ແລະ ຍົກ​ສູງ​ຄຸນ​ນະ​ພາບ​ຄາດ​ໝາຍ​ທີ່​ບັນ​ລຸ​ໄດ້​ແລ້ວ ເພື່ອກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ຢ່າງ​ແທດ​ຈິງ ແລະ​ ຍືນ​ຍົງ.”

ຂ່າວ/ບົດ​ອື່ນ