ນິວຊີແລນ ແລະ ອາເມລິກາ ໃຫ້ຄຳໝັ້ນສັນຍາຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ

(VOVWORLD) - ທ່ານນາງນາຍົກລັດຖະມົນຕີ Ardern ໃຫ້ຮູ້ວ່າ: ສອງຝ່າຍຢ່າງຢັ້ງຢືນຄືນການພົວພັນຢ່າງສະໜິດແໜ້ນນີ້ ແລະ ໃຫ້ຄຳໝັ້ນສັນຍາພ້ອມກັນແກ້ໄຂບາງສິ່ງທ້າທາຍທີ່ພາກພື້ນ 
ນິວຊີແລນ ແລະ ອາເມລິກາ ໃຫ້ຄຳໝັ້ນສັນຍາຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ - ảnh 1

ທ່ານນາງ Jacinda Ardern, ນາຍົກລັດຖະມົນຕີ ນິວຊີແລນ ມີການເຈລະຈາກັບທ່ານ Joe Biden, ປະທານາທິບໍດີ ອາເມລິກາ ທີ່ທຳນຽບຂາວ ໃນວັນທີ 31 ພຶດສະພາ. ສອງຝ່າຍໄດ້ ອອກຖະແຫຼງການຮ່ວມກ່ຽວກັບການພົວພັນຄູ່ຮ່ວມມືສະຕະວັດ 21 ໃນພາກພື້ນປາຊີຟິກ, ມະຫາສະໝຸດອິນເດຍ - ປາຊີຟິກ ແລະ ໃນໂລກ. ຖະແຫຼງການຮ່ວມໄດ້ເນັ້ນໜັກວ່າ: ອາເມລິກາ ແລະ ນິວຊີແລນ ໃຫ້ຄຳໝັ້ນສັນຍາຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ, ໃນນັ້ນ ການປ້ອງກັນຄວາມສະຫງົບ ແລະ ປ້ອງກັນຊາດຈະແມ່ນຈຸດສຸມໃນການຮ່ວມມືເພື່ອຮັບມືກັບສະພາບແວດລ້ອມຄວາມໝັ້ນຄົງພວມມີການປ່ຽນແປງທີ່ມະຫາສະໝຸດອິນເດຍ - ປາຊີຟິກ.

        ກ່າວຄຳເຫັນທີ່ການເຈລະຈາ, ທ່ານນາງນາຍົກລັດຖະມົນຕີ Ardern ໃຫ້ຮູ້ວ່າ: ສອງຝ່າຍຢ່າງຢັ້ງຢືນຄືນການພົວພັນຢ່າງສະໜິດແໜ້ນນີ້ ແລະ ໃຫ້ຄຳໝັ້ນສັນຍາພ້ອມກັນແກ້ໄຂບາງສິ່ງທ້າທາຍທີ່ພາກພື້ນ ແລະ ໂລກພວມຕ້ອງປະເຊີນໜ້າ. ອາເມລິກາ ແລະ ນິວຊີແລນ ໃຫ້ຄຳໝັ້ນສັນຍາພ້ອມກັນຮ່ວມມື ແລະ ພ້ອມກັບບັນດາຄູ່ຮ່ວມມືເດີນຕາມສັນຕິພາບ ແລະ ສະຖຽນລະພາບ, ກໍ່ຄືປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍໂດຍອີງຕາມກົດໝາຍສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ