ນະຄອນ ໂຮ່ຈີມິນ ຍູ້ແຮງການພົວພັນຮ່ວມມືກັບແຂວງ Gangwon (ສ.ເກົາຫຼີ)

(VOVWORLD) - ນະຄອນ ໂຮ່ຈີມິນ ແລະ ແຂວງ Gangwon (ສ.ເກົາຫຼີ) ຍູ້ແຮງການພົວພັນຮ່ວມມື, ພິເສດແມ່ນໃນຂົງເຂດສາທາລະນະສຸກ, ເຕັກໂນໂລຊີຊີວະສາດ, ພະລັງງານ
ນະຄອນ ໂຮ່ຈີມິນ ຍູ້ແຮງການພົວພັນຮ່ວມມືກັບແຂວງ Gangwon (ສ.ເກົາຫຼີ) - ảnh 1 ພິທີລົງນາມໃນບົດບັນທຶກຊ່ວຍຈຳ (ພາບ: VOH)

ນີ້ແມ່ນເນື້ອໃນ ໄດ້ຍົກອອກທີ່ພິທີລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການສ້າງຕັ້ງການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ແລະ ອຳນາດການປົກຄອງແຂວງ Gangwon (ສ.ເກົາຫຼີ), ຕອນບ່າຍວັນທີ 08 ມິຖຸນາ,  ກ່າວຄຳເຫັນທີ່ພິທີລົງນາມ, ທ່ານ ຫງວຽນແທ່ງຟອງ ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ເນັ້ນໜັກວ່າ ເຫດການນະຄອນ ໂຮ່ຈີມິນ ແລະ ແຂວງ Gangwon ເຊັນບົດບັນທຶກຊ່ວຍຈຳກ່ຽວກັບການສ້າງຕັ້ງການພົວພັນມິດຕະພາບ ແລະ ການຮ່ວມມື ແມ່ນຈຸດພົ້ນເດັ່ນສຳຄັນໃນການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ. ເຫດການນີ້ ປະກອບສ່ວນຕັ້ງໜ້າເຂົ້າໃນການປັບປຸງ, ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດ ກໍ່ຄືການພົວພັນອັນດີງາມລະຫວ່າງນະຄອນ ໂຮ່ຈີມິນ ກັບບັນດາທ້ອງຖິ່ນອື່ນໆຂອງ ສ.ເກົາຫຼີ.

        ແລະກໍ່ໃນພິທີ, ທ່ານ Choi Moonsoon ເຈົ້າແຂວງ ແຂວງ Gangwon, ໃຫ້ຄຳໝັ້ນສັນຍາສູ້ຊົນພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງແຂວງ Gangwon ແລະ ນະຄອນ ໂຮ່ຈີມິນ ໃຫ້ນັບມື້ນັບພັດທະນາອັນດີງາມ.

ຕອບກັບ

ຂ່າວ/ບົດ​ອື່ນ