ນະຄອນ ໂຮ່ຈີມິນ ປາດຖະໜາຢາກໃຫ້ ຍີ່ປຸ່ນ ຍູ້ແຮງການລົງທຶນເຂົ້າໃນອຸດສາຫະກຳ, ກະສິກຳ ແລະ ການທ່ອງທ່ຽວ

(VOVWORLD) - ນະຄອນ ໂຮ່ຈີມິນ ມີຄວາມຕ້ອງການ ແລະ ປາດຖະໜາຢາກໃຫ້ບັນດາວິສາຫະກິດ ຍີ່ປຸ່ນ ຍູ້ແຮງການຮ່ວມມືລົງທຶນໃນບັນດາຂົງເຂດອຸດສາຫະກຳ, ກະສິກຳ ແລະ ການທ່ອງທ່ຽວ.
ນະຄອນ ໂຮ່ຈີມິນ ປາດຖະໜາຢາກໃຫ້ ຍີ່ປຸ່ນ ຍູ້ແຮງການລົງທຶນເຂົ້າໃນອຸດສາຫະກຳ, ກະສິກຳ ແລະ ການທ່ອງທ່ຽວ - ảnh 1 ທ່ານ ຮີງແກັກມ້າງ ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ (ພາບ: TTXVN)

ນີ້ແມ່ນເນື້ອໃນ ເຊິ່ງທ່ານ ຮີງແກັກມ້າງ ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ແບ່ງປັນທີ່ການເຮັດວຽກກັບທ່ານ Fukuda Hiroshi ອະດີດເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ  ແລະ ການນຳກຸ່ມບໍລິສັດ Sanyo (ຍີ່ປຸ່ນ) ໃນຕອນບ່າຍວັນທີ 23 ພຶດສະພາ.

        ໂດຍລະອຽດແມ່ນ, ນະຄອນ ໂຮ່ຈີມິນ ປາດຖະໜາຢາກສຸມໃສ່ການຮ່ວມມືພັດທະນາຂະແໜງອຸດສາຫະກຳຕາມທິດທັນສະໄໝ, ໃຫ້ບຸລິມະສິດບັນດາເຕັກໂນໂລຢີກ້າວໜ້າເພື່ອຮັບໃຊ້ໃຫ້ແກ່ 4 ຂະແໜງອຸດສາຫະກຳຈຸດສຸມຂອງນະຄອນ. ກ່ຽວກັບກະສິກຳ, ໃຫ້ບຸລິມະສິດການຮ່ວມມືພັດທະນາກະສິກຳເຕັກໂນໂລຢີສູງ, ຍູ້ແຮງການໝູນໃຊ້ວິທະຍາສາດການເຕັກນິກເຂົ້າໃນການຜະລິດ ແລະ ຍົກສູງຄຸນນະພາບຜະລິດຕະພັນກະເສດ. ກ່ຽວກັບການທ່ອງທ່ຽວ, ນະຄອນສົ່ງເສີມບັນດານັກລົງທຶນຫັນບັນດາຜະລິດຕະພັນການທ່ອງທ່ຽວເປັນຫລາຍຮູບຫລາຍແບບ ຄື:ການທ່ອງທ່ຽວຊີວະພາບ, ການທ່ອງທ່ຽວຊອກຮູ້ວັດທະນະທຳ ແລະ ຮີດຄອງປະເພນີ.

ຕອບກັບ

ຂ່າວ/ບົດ​ອື່ນ