ນະ​ຄອນ ໂຮ່​ຈ​ີ​ມິນ ສຸ​ມ​ໃສ່​ປິ່ນ​ປົວ​ໃຫ້​ແກ່​​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ມີ​ອາ​ການ​ເປັນ​ໜັກ

(VOVWORLD) -ຕອນບ່າຍວັນທີ 4 ສິງຫາ, ຢູ່ນະຄອນ ໂຮ່ຈີມິນ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໄດ້ປະຊຸມກັບການນຳນະຄອນ ກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.
ນະ​ຄອນ ໂຮ່​ຈ​ີ​ມິນ ສຸ​ມ​ໃສ່​ປິ່ນ​ປົວ​ໃຫ້​ແກ່​​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ມີ​ອາ​ການ​ເປັນ​ໜັກ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຢ້ຽມຢາມ ພະນັກງານແພດໝໍຢູ່ໂຮງໝໍ ເຍິນເຢິນ ຢາດິ້ງ

ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຖືວ່າ: ຄວນລະດົມໂຮງໝໍແຫ່ງຕ່າງໆຂອງນະຄອນເຂົ້າຮ່ວມການປິ່ນປົວໃຫ້ຄົນເຈັບຕິດເຊື້ອພະຍາດໂຄວິດ - 19, ຮັບປະກັນການປະກອບອຸປະກອນການແພດ, ຊຸດປ້ອງກັນໃຫ້ແກ່ບັນດາໂຮງໝໍເຫຼົ່ານັ້ນຢ່າງຄົບຖ້ວນ.

        ກ່ອນໜ້ານັ້ນ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ກໍໄດ້ໄປຢ້ຽມຢາມ ແລະ ລະດົມກຳລັງໃຈໃຫ້ແກ່ຖັນແຖວພະນັກງານແພດໝໍຢູ່ໂຮງໝໍ ເຍິນເຢິນ ຢາດິ້ງ. ນະທີ່ນີ້, ທ່ານເນັ້ນໜັກວ່າ: ທາງໂຮງໝໍຄວນມີການສົມທົບກັບໂຮງໝໍແຫ່ງອື່ນໆ ແລະ ບັນດາຮາກຖານປິ່ນປົວຂັ້ນລຸ່ມ ເພື່ອສົ່ງຜູ້ຕິດເຊື້ອໂຄວິດ - 19 ທີ່ມີອາກາດເປັນໜັກມາໂຮງໝໍຂັ້ນເທິງ ແລະ ເບິ່ງແຍງດູແລ, ປິ່ນປົວໃຫ້ແກ່ກໍລະນີເປັນໜັກໄດ້ຢ່າງທັນການ.

        ຕອນບ່າຍຂອງວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກຕາມ ກໍໄດ້ລົງຕິດຕາມກວດກາສະຖານທີ່ສັກວັກຊິນກັນພະຍາດໂຄວິດ - 19 ໃຫ້ແກ່ຜູ້ອາຍຸສູງຂອງ ໂຮງໝໍ ບິ່ງແທ້ງ ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ