ນະ​ຄອນ ໂຮ່​ຈີ​ມິນ ເອົາ​ໃຈ​ໃສ່​ເຖິງ​ການ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ກັບ​ທ້ອງ​ຖິ່ນ​ຕ່າງໆ​ຂອງ​ລາວ

(VOVWORLD) -  ນະຄອນ ໂຮ່ຈີມິນ ມີຄວາມເອກອ້າງທະນົງໃຈ ເມື່ອການພົວພັນມິດຕະພາບ, ການຮ່ວມມືກັບບັນດາທ້ອງຖິ່ນຂອງລາວ ໄດ້ຮັບຄວາມພັດທະນາຢ່າງເລິກເຊິ່ງກວ້າງຂວາງໃນຫຼາຍຂົງເຂດຢ່າງບໍ່ຢຸດຢັ້ງ ແລະ ນັບມື້ນັບບັນລຸປະສິດທິຜົນແທດຈິງ.

  ນັ້ນແມ່ນການຢັ້ງຢືນຂອງທ່ານນາງ ຫງວຽນທິເລະ ຮອງເລຂາຄະນະພັກນະຄອນ, ປະທານສະພາປະຊາຊົນ ນະຄອນໂຮ່ຈີມິນ ໃນການຕ້ອນຮັບທ່ານຮອງເລຂາຄະນະພັກແຂວງ, ປະທານສະພາປະຊາຊົນແຂວງ ຈຳປາສັກ, ສາຍທອງ ໄຊຍະວົງ ແລະ ຄະນະພະນັກງານຂັ້ນຮອງລັດຖະມົນຕີ ແລະ ທຽບເທົ່າ ຂອງພັກປະຊາຊົນປະຕິວັດລາວ, ທີ່ໄດ້ດຳເນີນໃນຕອນຄ່ຳວັນທີ 21 ສິງຫາ.

ນະ​ຄອນ ໂຮ່​ຈີ​ມິນ ເອົາ​ໃຈ​ໃສ່​ເຖິງ​ການ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ກັບ​ທ້ອງ​ຖິ່ນ​ຕ່າງໆ​ຂອງ​ລາວ - ảnh 1ການພົບປະສົນທະນາສອງຝ່າຍ (ພາບ: TTXVN)

ທັດສະນະສະເໝີຕົ້ນສະປາຍຂອງນະຄອນ ໂຮ່ຈີມິນ ນັ້ນແມ່ນ ເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອຮັກສາ, ປັບປຸງ, ພັດທະນາສາຍພົວພັນພິເສດກັບ ລາວ, ໃນນັ້ນ ມີທ້ອງຖິ່ນຕ່າງໆ. ນະຄອນ ໂຮ່ຈີມິນ ຈະຍູ້ແຮງບັນດາການເຄື່ອນໄຫວພົບປະແລກປ່ຽນ, ເຊື່ອມຕໍ່ເສດຖະກິດ, ສົ່ງເສີມການຄ້າ, ການລົງທຶນ, ການທ່ອງທ່ຽວ, ແລກປ່ຽນຄະນະຜູ້ແທນ ແລະ ພົບປະປະຊາຊົນ; ສົ່ງເສີມ, ສ້າງເງື່ອນໄຂສະດວກໃຫ້ທຸກອົງການ, ໝູ່ຄະນະພົບປະແລກປ່ຽນ, ຮ່ວມມື, ເອົາໃຈໃສ່ເຖິງການຊ່ວຍເຫຼືອພະນັກງານ ແລະ ນັກຮຽນ, ນັກສຶກສາລາວ ທີ່ພວມຄົ້ນຄວ້າ, ຮ່ຳຮຽນຢູ່ນະຄອນ ໂຮ່ຈີມິນ.

ສ່ວນທ່ານ ສາຍທອງ ໄຊຍະວົງ ໄດ້ສະແດງຄວາມປາດຖະໜາວ່າ ໃນໄລຍະຈະມາເຖິງ, ນະຄອນ ໂຮ່ຈີມິນ ແລະ ບັນດາທ້ອງຖິ່ນອື່ນຂອງລາວ, ໃນນັ້ນ ມີແຂວງ ຈຳປາສັກ, ຈະສືບຕໍ່ຜັນຂະຫຍາຍບັນດາເນື້ອໃນຮ່ວມມືໃນຫຼາຍຂົງເຂດໃຫ້ມີປະສິດທິຜົນ, ປະກອບສ່ວນປັບປຸງ, ພັດທະນາສາຍພົວພັນສາມັກຄີແບບພິເສດ ລາວ - ຫວຽດນາມ ໃຫ້ໝັ້ນຄົງທະນົງແກ່ນໄປຊົ່ວກາລະນານ”.


 

ຕອບກັບ

ຂ່າວ/ບົດ​ອື່ນ