ນະຄອນSonjoຂອງຍີ່ປຸ່ນຊ່ວຍບຳລຸງສ້າງແຫລ່ງຊັບພະຍາກອນມະນຸດໃຫ້ແກ່ແຂວງບາເຣ້ຍຫວູງເຕົາ

ນະຄອນSonjoຂອງຍີ່ປຸ່ນຊ່ວຍບຳລຸງສ້າງແຫລ່ງຊັບພະຍາກອນມະນຸດໃຫ້ແກ່ແຂວງບາເຣ້ຍຫວູງເຕົາ - ảnh 1
ພິ​ທີ​ລົງ​ນາມ​ໃນ​ບົດ​ບັນ​ທຶ​ກ​ຊ່ວຍ​ຈຳ​ລະ​ຫວ່າງ​ການ​ນຳ​ແຂວງ
Sanjo ແລະ ບ່າ​ເຣ້ຍ ຫວູງ​ເຕົາ
ພາບ:bariavungtau

(vovworld)- ວັນ​ທີ 20/7, ຄະ​ນະ​ຜູ້​ແທນ​ນະ​ຄອນ Sanjo ແຂວງ Niigata ປະ​ເທດ​ຍີ່​ປຸ່ນ ໂດຍ​ທ່ານ Isato Kunisada ເຈົ້າ​ຄອງ​ນະ​ຄອນ​ນຳ​ຫນ້າ ໄດ້​ໄປ​ຢ້ຽມ​ຢາມ​ ແຂວງ ບ່າ​ເຣ້ຍ ຫວູງ​ເຕົາ ແລະ ເປັນ​ສັກ​ຂີ​ພິ​ຍານ​ພິ​ທີ​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ບຳ​ລຸງ​ສ້າງ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ລະ​ຫວ່າງ ພະ​ແນກ​ອຸດ​ສາ​ຫະ​ກຳ  ແລະ ການ​ຄ້າ​ນະ​ຄອນ Sanjo. ຕາມ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ດັ່ງ​ກ່າວ, ຫ້ອງ​ອຸດ​ສາ​ຫະ​ກຳ ​ແລະ​ຫ້ອງ​ການ​ອຸດ​ສາ​ຫະ​ກຳການ​ຄ້າ​ນະ​ຄອນ Sanjo ຈະ​ຫນູນ​ຊ່ວຍ​ບຳ​ລຸງ​ສ້າງ, ຕ້ອນ​ຮັ​ບ​ນັກ​ສຶກ​ສາ​ຂອງ​ແຂວງ ບ່າ​ເຣ້ຍ ຫວູງ​ເຕົາ ມາ​ຮ່ຳ​ຮຽນ, ເຮັດ​ວຽກ​ຢູ່ ນະ​ຄອນ Sanjo. ສອງ​ຝ່າຍ​ຈະ​ພ້ອມ​ກັນ​ແລກ​ປ່ຽນ, ເຊື່ອມ​ຕໍ່​ຂໍ້​ມູນ​ຂ່າວ​ສານ ແລະ ສ້າງ​ຂ​ອບ​ເຂດ​ການ​ຮ່ວມ​ມື​ບົນ​ຫລັກ​ການ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ.

 

ຕອບກັບ

ຂ່າວ/ບົດ​ອື່ນ