ນະຄອນຮ່າໂນ້ຍ ສະເຫຼີມສະຫຼອງ ວັນທະຫານເສຍອົງຄະ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ

ນະຄອນຮ່າໂນ້ຍ ສະເຫຼີມສະຫຼອງ ວັນທະຫານເສຍອົງຄະ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ - ảnh 1
( ພາບປະກອບ )

( vovworld ) -   ​ເນື່ອງ​ໃນ​ໂອກາດສະ​ເຫຼີ​ມສະຫຼອງ 65 ປີ​ແຫ່ງ​ວັນທະຫານ​ເສຍ​ອົງ​ຄະ ​ແລະ ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ( 27/7/1947 – 27/7/2012 ), ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ຮ່າ​ໂນ້ຍ ພ້ອມ​ກັບ​ທຸກ​ຂັ້ນ, ທຸກຂະ​ແໜງ​ການ​ຈະ​ຈັດ​ຕັ້ງ​ການລົງ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ໃຫ້​ແກ່​ຄອບຄົວ​ທະຫານ​ເສຍ​ອົງ​ຄະ, ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ຄອບຄົວ​ທີ່​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ  128.000 ຄອບຄົ​ວ. ທາງນະຄອນ​ຈະ​ມອບ​ຂອງຂວັນ​ທີ່​ມີ​ມູນ​ຄ່າ 500.000 ດົງ/ພູດ ​ໃຫ້​ແກ່​ແມ່​ຫວຽດນາມ​ວິລະ​ຊົນ, ທະຫານ​ເສຍ​ອົງ​ຄະ ​ແລະ ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ. ນອກຈາກ​ນັ້ນ, ​ໃນ​ບໍລິ​ເວນ​ນະຄອນ​ຮ່າ​ໂນ້ຍ ມີ 58 ຄອບຄົວ​ທະຫານ​ເສຍ​ອົງ​ຄະ ​ແລະ ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດທີ່​ດີ​ເດັນ ຫຼື ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດຈະ​ໄດ້​ຮັບ​ຂອງຂວັນ​ທີ່​ມີ​ມູນ​ຄ່າ 1.100.000 ດົງ/ພູດ.

ຂ່າວ/ບົດ​ອື່ນ