(vovworld) - ຕອນບ່າຍວັນທີ 31/10, ທ່ານນາງ Nguyen Thi Hong, ຮອງປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ໄດ້ໃຫ້ການຕ້ອນຮັບທ່ານ ເຣືອງສັກ ມະຫາວິນີດໃຊມົນຕີ, ເຈົ້າແຂວງ ແລະ ຄະນະນັກທຸລະກິດແຂວງ ຈະເຈີງເຊົາ, ປະເທດໄທ ທີ່ພວມຢູ່ຢ້ຽມຢາມ, ເຮັດວຽກ ແລະ ຊອກຫາກາລະໂອກາດລົງທຶນເຂົ້ານະຄອນ. ທີ່ການຕ້ອນຮັບ, ສອງຝ່າຍໄດ້ຢືນຢັນຈະສືບຕໍ່ຍູ້ແຮງການແລກປ່ຽນຂ້ໍມູນຂ່າວສານ, ສ້າງເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດສອງປະເທດຊອກຮູ້, ຊຸກຍູ້ການຮ່ວມມື, ການລົງທຶນທີ່ມີທ່າແຮງ, ໃນນັ້ນສຸມໃສ່ເຂົ້າໃນຂົງເຂດກະສິກຳເຕັກໂນໂລຊີສູງ ແລະ ການທ່ອງທ່ຽວ. ການນຳສອງທ້ອງຖິ່ນແບ່ງປັນຄວາມຫວັງຍາກຊຸກຍູ້ການພົວພັນຮ່ວມມືໃນທຸກຂົງເຂດເຊິ່ງຕ່າງຝ່ານຕ່າງມີທ່າແຮງ, ໃຫ້ຄຳໝັ້ນສັນຍາສ້າງເງື່ອນໄຂ, ເຊື່ອມຕໍ່ເພື່ອໃຫ້ວິສາຫະກິດສອງທ້ອງຖິ່ນຊອກຮູ້ການຮ່ວມມືໃນບັນດາຂົງເຂດຄື; ກະສິກຳ, ການລ້ຽງສັດ, ການທ່ອງທ່ຽວ, ການຄ້າ ການບໍລິການ. ໃນໄລຍະຈະມາເຖິງ, ແຕ່ລະຝ່າຍອາດຈະຈັດຕັ້ງບັນດາເວທີປາໄສ, ການສຳມະນາ ເພື່ອຕອບສະໜອງຂໍ້ມູນແນໃສ່ຊ່ວຍໃຫ້ວິສາຫະກິດ 2 ແຂວງ ແລະ ນະຄອນກຳໄດ້ບັນດາກາລະໂອກາດລົງທຶນ ເພື່ອຜົນປະໂຫຍດລວມຂອງ 2 ທ້ອງຖິ່ນ ແລະ 2 ປະເທດຫວຽດນາມ - ໄທ.