ທ່ານນາງ Rena Bitter, ຫົວໜ້າສະຖານກົງສູນໃຫຍ່ ອາເມລິກາ ປະຈຳ ນະຄອນໂຮ່ຈີມິນ ກ່າວຄຳເຫັນທີ່ພິທີ
(ພາບ: Thanh Vũ/TTXVN)
|
(vovworld) – ທີ່ການຕ້ອນຮັບທ່ານນາງ Rena Bitter, ຫົວໜ້າສະຖານກົງສູນໃຫຍ່ ອາເມລິກາ ປະຈຳ ນະຄອນໂຮ່ຈີມິນ, ຕອນຄ່ຳວັນທີ 3/7, ທ່ານ ເລແທງຫາຍ, ກຳມະການກົມການເມືອງ, ເລຂາຄະນະພັກນະຄອນ ໂຮ່ຈີມິນ ແລະ ທ່ານນາງ Rena Bitter ໄດ້ແລກປ່ຽນບາງບັນຫາລະຫວ່າງ 2 ຝ່າຍ. ອວຍພອນໃຫ້ທ່ານນາງຫົວໜ້າສະຖານກົງສູນໃຫຍ່ເນື່ອງໃນໂອກາດສະເຫຼີມສະຫຼອງ 239 ປີແຫ່ງວັນສະຖາປະນາ ປະເທດອາເມລິກາ, ທ່ານ ເລແທງຫາຍ ຢັ້ງຢືນວ່າ: ພາຍຫຼັງ 20 ປີສ້າງຕັ້ງການພົວພັນທາງການທູດ, ຫວຽດນາມ ແລະ ອາເມລິກາ ບັນລຸໄດ້ໝາກຜົນອັນດີງາມຫຼາຍຢ່າງໃນການຮ່ວມມືພັດທະນາໃນຫຼາຍຂົງເຂດ. ຄຽງຄູ່ກັບການຮ່ວມມືລະຫວ່າງ 2 ປະເທດ ຫວຽດນາມ ແລະ ອາເມລິກາ, 2 ຝ່າຍຄວນເພີ່ມທະວີການຮ່ວມມື, ເຊື່ອມຕໍ່ລະຫວ່າງບັນດາທ້ອງຖິ່ນ, ເພື່ອແນໃສ່ນຳການພົວພັນລະຫວ່າງ 2 ປະເທດນັບມື້ນັບກ້າວເຂົ້າສູ່ລວງເລິກ, ແທດຈິງກ່ວາ. ຕາມທ່ານ ເລແທງຫາຍ ແລ້ວ, ນະຄອນ ໂຮ່ຈີມິນ ຍາມໃດກໍຮຽກຮ້ອງ ແລະ ສ້າງເງື່ອນໄຂສະດວກໃຫ້ບັນດານັກລົງທຶນ ອາເມລິກາ ກໍ່ຄືບັນດາປະເທດມາຮ່ວມມື, ລົງທຶນຢູ່ທີ່ນີ້.