ນະໂຍບາຍພິເສດສະເພາະໃຫ້ສູນເຕັກໂນໂລຊີອຸດສາຫະກຳຫວຽດນາມ-ສ.ເກົາຫລີ

ນະໂຍບາຍພິເສດສະເພາະໃຫ້ສູນເຕັກໂນໂລຊີອຸດສາຫະກຳຫວຽດນາມ-ສ.ເກົາຫລີ - ảnh 1
ສູນ​​ເຕັກ​ໂນ​ໂລ​ຊີ​ອຸດສາຫະກຳ ຫວຽດນາມ - ​ສ.ເກົາຫລີ
(ພາບປະກອບ)

(vovworld) - ຫວ່າງ​ແລ້ວ​ນີ້ ນາຍົກລັດຖະມົນຕີ ຫວຽດນາມ ​ໄດ້ຕົກລົງ​ປະຕິບັດທົດ​ລອງ​ບາງ​ກົນ​ໄກ, ນະ​ໂຍບາຍ​ພິ​ເສດສະ​ເພາະ​ພັດທະນາ​ສູນ​​ເຕັກ​ໂນ​ໂລ​ຊີ​ອຸດສາຫະກຳ ຫວຽດນາມ - ​ສ.ເກົາຫລີ ຢູ່​ນະຄອນ ​ເກີນ​ເທີ. ​ໂຄງການ​ນີ້ ​ໂດຍ​ລັດຖະບານ ​ສ.ເກົາຫລີ​ ຊ່ວຍ​ເຫຼືອ​ລ້າຢູ່​ເຂດ​ອຸດສາຫະກຳ ​ໂອ​ມົນ, ນະຄອນ ​ເກີນ​ເທີ; ​ໄດ້​ຮັບ​ອະນຸຍາດ​ຈາກນາຍົກລັດຖະມົນຕີ ​ໃຫ້​​ເພີ່ມ​ເຕີ​ມ​ເຂົ້າ​ໃນ​ແຜນ​ພັດທະນາ​ບັນດາ​ເຂດ​ອຸດສາຫະກຳ​ຢູ່ ຫວຽດນາມ ດ້ວຍ​ເນື້ອທີ່ 200 Ha; ມາຮອດ​ປະຈຸ​ບັນການ​ກໍ່ສ້າງ​​ໄດ້​ສຳ​ເລັດ​ໂດຍ​ພື້ນຖານ ກົນ​ໄກ​ນະ​ໂຍບາຍພິ​ເສດສະ​ເພາະ​ພັດທະນາ​ສູນ​ດັ່ງກ່າວ​ລວມມີ: ການ​ໃຫ້ບຸລິມະສິດ​ໃຫ້ສູນ​; ​ໃຫ້ບຸລິມະສິດ​​ແກ່ວິ​ສາ​ຫະກິດ​​ເຕັກ​ໂນ​ໂລ​ຊີ​ຢູ່​ສູນ; ​ໃຫ້ບຸລິມະສິດ​​ແກ່ໂຄງການ​ລົງທຶນ; ໜູນ​ຊ່ວຍ​ພັດທະນາ​​ຕະຫລາດ. ວິ​ສາ​ຫະກິດ​​ເຕັກ​ໂນ​ໂລ​ຊີ​ຢູ່​ສູນ​ຈະ​ໄດ້​ຮັບ​ການ​ບຸລິມະສິດ​ກ່ຽວ​ກັບ​ພາສີ​ອາກອນນຳ​ເຂົ້າ; ອາກອນ​ລາຍ​ຮັບ​ວິ​ສາ​ຫະກິດ; ອາກອນມູນ​ຄ່າ​ເພີ່ມ​…ນອກຈາກ​ນັ້ນວິ​ສາ​ຫະກິດ​ຍັງ​ໄດ້​ຮັບ​ການໜູນ​ຊ່ວຍ​ຄົ້ນຄວ້າ​ວິ​ທະຍາ​ສາດ​ພັດທະນາ​ເຕັກ​ໂນ​ໂລ​ຊີ ​ແລະ ບຳລຸງ​ສ້າງ​ແຫ​ລ່ງຊັບພະຍາກອນ​ມະນຸດອີກ​ດ້ວຍ.

 

ຂ່າວ/ບົດ​ອື່ນ