ນະໂຍບາຍຮັບປະກັນຊີວິດສັງຄົມຕ້ອງຕິດພັນກັບຄວາມຕ້ອງການຂອງປະຊາຊົນ

ນະໂຍບາຍຮັບປະກັນຊີວິດສັງຄົມຕ້ອງຕິດພັນກັບຄວາມຕ້ອງການຂອງປະຊາຊົນ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກດ​າມ
(ພາບ: VGP/Đình Nam)

(vovworld) – ໄລ​ຍະ​ຈະ​ມາ​ເຖິງ​ຕ້ອງ​ສຸ​ມ​ແຫຼ່ງ​ກຳ​ລັງ​​ເພື່ອຜັນ​ຂະ​ຫຍາຍ​ນະ​ໂຍ​ບາຍ​ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ​ຢູ່​ບັນ​ດາ​ເຂດ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ທີ່​ສຸດ, ທຸກ​ຍາກ​ທີ່​ສຸດ ແລະ ​ໃກ້​ຊິດ​ກັບ​ຄວາມ​ຮຽກ​ຮ້ອງ​ຕ້ອ​ງ​ການ​ຂອງ​ປະ​ຊາ​ຊົນ, ຈາກ​ການ​ກິນ​ຢູ່, ຮ່ຳ​ຮຽນ ຕະຫຼອດ​ຮອດ​ການ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ, ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ, ຈິດ​ໃຈ. ນີ້​ແມ່ນ​ຄຳ​ຮຽກ​ຮ້ອງ​ຂອງ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກດ​າມ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ສູນ​ກາງ​ປະ​ຕິ​ບັດ​ໂຄງ​ການ​ເຄື່ອນ​ໄຫວ​ຂອງ​ລັດ​ຖະ​ບານ​ຜັນ​ຂະ​ຫຍາຍ​ມະ​ຕິ 15/ມ​ຕ - ສກ (ຊຸດ​ທີ 11) ກ່ຽວ​ກັບ​ບາ​ງບ​ັນ​ຫາ​ນະ​ໂຍ​ບາຍ​ສັງ​ຄົມ​ໄລ​ຍະ 2012 – 2020 ທີ່​ການ​ເຮັດ​ວຽກ​ກັບ​ບັນ​ດາ​ສະ​ມາ​ຊິກ​ຄະ​ນະ​ຊີ້​ນຳ ໃນ​ວັນ​ທີ 2/4, ຢູ່​ຮ່າ​ໂນ້ຍ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ ຖື​ວ່າ: ໄລ​ຍະ​ຈະ​ມາ​ເຖິງ ເລື່ອງ​ຜັນ​ຂະ​ຫຍາຍ​ນະ​ໂຍ​ບາຍ​ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ ບົນ​ຈິດ​ໃຈ “ລັດ​ບຸ​ລິ​ມະ​ສິດ​ດ້ວຍ​ກົນ​ໄກ”, ​ກ່ອນ​ອື່ນ​ໝົດ​ແມ່ນສຸມ​ໃສ່​ໃຫ້​ບັນ​ດາ​ເຂດ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ທີ່​ສຸດ, ທຸກ​ຍາກ​ທີ່​ສຸດ. ພ້ອມ​ກັນ​ນັ້ນ, ບັນ​ດາ​ໂຄງ​ການ​ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ, ນະ​ໂຍ​ບາຍ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຕ້ອງ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຕາມ​ກົດ​ເກນ​ການ​ຕະຫຼາດ, ໃນ​ນັ້ນ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການບໍ່​ເຂົ້າ​ຮ່ວມ​ໂດຍ​ກົງ ແລະ ​ຕ້ອງລົບ​ລ້າງ​ແນວ​ຄິດອາ​ໄສ​ຜູ້​ອື່ນ.


ຂ່າວ/ບົດ​ອື່ນ