(vovworld) – ຕອນບ່າຍວັນທີ 6/7, ທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ບຣາຊິນ Antonio de Aguiar Patriota ເນື່ອງໃນໂອກາດມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ. ທ່ານລັດຖະມົນຕີການຕ່າງປະເທດ Antonio de Aguiar Patriota ໄດ້ສົ່ງສານຂອງທ່ານປະທານາທິບໍດີ ບຣາຊິນ Dilma Vana Rousseff ເຖິງການນຳຂັ້ນສູງຫວຽດນາມ, ໂດຍຢືນຢັນວ່າ: ທ່ານ ປະທານາທິບໍດີ Dilma Vana Rousseff ຖືຫວຽດນາມ ເປັນສຳຄັນ, ເຊິ່ງແມ່ນສະມາຊິກທີ່ມີບົດບາດສຳຄັນໃນກຸ່ນອາຊຽນ, ແມ່ນພື້ນຖານເສດຖະກິດທີ່ຂະຫຍັນຂັນເຄື່ອນ, ແມ່ນຕະຫຼາດແຫ່ງໜຶ່ງທີ່ມີຄວາມສາມາດບົ່ມຊ້ອນ, ແມ່ນປະເທດເພື່ອນມິດທີ່ສະໜິດສະໜົມກັບ ບຣາຊິນ ແລະ ສະແດງຄວາມປາຖະໜາຢາກພ້ອມກັບຫວຽດນາມ ຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືຕາມຂົງເຂດ “ຄູ່ຮ່ວມມືຮອບດ້ານ”. ທ່ານລັດຖະມົນຕີ Patriota ຢັ້ງຢືນວ່າ: ບຣາຊິນ ປາຖະໜາຢາກຊຸກຍູ້ການຮ່ວມມີໃນບັນດາຂົວເຂດເຊິ່ງທັງສອງປະເທດມີຄວາມສາມາດບົ່ມຊ້ອນ. ທ່ານລັດຖະມົນຕີ Patriota ຢັ້ງຢືນວ່າຈະຮ່ວມມືຢ່າງແໜ້ນແຟ້ນກັບຫວຽດນາມໃນບັນດາອົງການຈັດຕັ້ງສາກົນ ແລະ ເວທີປາໄສຫຼາຍຝ່າຍ, ສະແດງຄວາມສົນໃຈເຖິງສະພາບການຢູ່ພາກພື້ນ ອາຊີຕາເວັນອອກສຽງໃຕ້ ແລະ ສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງຢູ່ທະເລຕາເວັນອອກ.
ສ່ວນທ່ານນາຍົກລັດຖະມົນຕີ Nguyen Tan Dung ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນ ແລະ ປາຖາໜາຢາກພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມືກັບ ບຣາຊິນ, ຮັບໃຊ້ພາລະກິດພັດທະນາຂອງແຕ່ລະປະເທດ, ສະເໜີລັດຖະບານ 2 ປະເທດ ເພີ່ມທະວີການພົວພັນຮ່ວມມືລະອຽດ, ແທດຈິງ ໃນຂົງເຂດຕ່າງໆ.
ແລະກໍໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ Pham Binh Minh ໄດ້ມີການເຈລະຈາ ກັບລັດຖະມົນຕີການຕ່າງປະເທດບຣາຊິນ Patriota. ລັດຖະມົນຕີທັງ 2 ທ່ານໄດ້ເຫັນດີເປັນເອກະສັນກັນແລກປ່ຽນຄະນະຜູ້ແທນຂັ້ນສູງລະຫວ່າງ 2 ປະເທດ, ຮັກສາເປັນປະຈຳ ແລະ ມີປະສິດທິຜົນການເຄື່ອນໄຫວຢ່າງມີປະສິດທິຜົນ ຂອງຄະນະກຳມະການຮ່ວມມືລະຫວ່າງລັດຖະບານ ແລະ ກົນໄກ ຮຽບຮຽງການເມືອງລະຫວ່າງກະຊວງການຕ່າງປະເທດ 2 ປະເທດ, ເຊັນສັນຍາແມ່ກ່ຽວກັບການຮ່ວມມືເຕັກນິກໂດຍໄວ, ສັນຍາຮ່ວມມືດ້ານສຶກສາ ແລະ ບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືດ້ານກະສິກຳ, ເພີ່ມທະວີການຮ່ວມມືໃນຂອບເຂດຮ່ວມມື ໃຕ້ - ໃຕ້ ແລະ 3 ຝ່າຍ.