ນາຍົກລັດຖະມົນຕີ ຟ້າມມິງຈິງ ລົງເຮັດວຽກກັບການນຳແຂວງ ດັກລັກ

(VOVWORLD) -ຕອນບ່າຍວັນທີ 18 ສິງຫານີ້, ຢູ່ນະຄອນ ບວນມາທວດ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ໄດ້ເຮັດວຽກກັບແຂວງ ດັກລັກ ກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ 7 ເດືອນຕົ້ນປີ 2024.
ນາຍົກລັດຖະມົນຕີ ຟ້າມມິງຈິງ ລົງເຮັດວຽກກັບການນຳແຂວງ ດັກລັກ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງເຮັດວຽກກັບແຂວງ ດັກລັກ

      ທີ່ການພົບປະເຮດວຽກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງໄດ້ຍ້ອງຍໍຊົມເຊີຍບັນດາຄວາມມານະພະຍາຍາມ ແລະ ບັນດາໝາກຜົນສຳຄັນດ້ານເສດຖະກິດ - ສັງຄົມ ທີ່ອົງຄະນະພັກ, ອຳນາດການປົກຄອງ, ກອງທັບ ແລະ ປະຊາຊົນແຂວງ ດັກລັກ ບັນລຸໄດ້, ປະກອບສ່ວນສຳຄັນເຂົ້າໃນບັນດາຜົນງານລວມຂອງທົ່ວປະເທດ. ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີໄດ້ຊີ້ໃຫ້ເຫັນແຈ້ງກ່ຽວກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍ. ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ແຂວງ ດັກລັກ ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ, ບັນລຸລະດັບປານກາງດີຂອງທົ່ວປະເທດໂດຍໄວ, ບົນພື້ນຖານການພັດທະນາເສດຖະກິດ-ສັງຄົມຢ່າງວ່ອງໄວ ແລະ ຍືນຍົງ; ພັດທະນາເຂດນິເວດວິທະຍາ, ເສີມຂະຫຍາຍສີສັນວັດທະນະທຳບັນດາເຜົ່າ; ກາຍເປັນຈຸດນັດພົບ ທີ່ເປັນເອກະລັກ ສະເພາະ, ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ. ໃນນັ້ນ, ນະຄອນ ບວນມາທວດ ແມ່ນໃຈກາງຂອງເຂດໄຕງວຽນ, ເປັນປະຕູເຊື່ອມໂຍງ ແລະ ເຊື່ອມຕໍ່ລະຫວ່າງຂົງເຂດກັບພາກພື້ນ ແລະ ສາກົນ; ປະຊາຊົນມີ ຊີວິດທີ່ມີຄຸນນະພາບດ້ວຍການບໍລິການສັງຄົມທີ່ດີ, ສະພາບແວດລ້ອມທີ່ຮັບປະກັນ, ມີໂອກາດຮັບ ວຽກເຮັດງານທໍາແລະມີລາຍຮັບສູງ.

ຕອບກັບ

ຂ່າວ/ບົດ​ອື່ນ