ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມື ຕີມໍຕາເວັນອອກ

(VOVWORLD) - ຕອນບ່າຍວັນທີ 12 ກັນຍາ, ທີ່ສຳນັກງານລັດຖະມົນຕີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Dionisio Babo Soares ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມື ຕີມໍຕາເວັນອອກ
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມື ຕີມໍຕາເວັນອອກ - ảnh 1 (ທີ່ການຕ້ອນຮັບ/ພາບ VGP)

ມາເຂົ້າຮ່ວມກອງປະຊຸມເວທີປາໄສເສດຖະກິດໂລກກ່ຽວກັບ ອາຊຽນ 2018 ຢູ່ຮ່າໂນ້ຍ.

        ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາຄາສູງການພົວພັນ 2 ປະເທດ ສືບຕໍ່ມີບັນດາບາດກ້າວຢ່າງຕັ້ງໜ້າ ແລະ ທ່ານເນັ້ນໜັກວ່າ 2 ຝ່າຍຄວນຊຸກຍູ້ການຮ່ວມມື 2 ຝ່າຍພັດທະນາຮອບດ້ານກ່ວາອີກ.

        ສ່ວນທ່ານ Dionisio Babo Soares ໃຫ້ຮູ້ວ່າ: ຈະຊຸກຍູ້ບັນດາລະບຽບການໃຫ້ສຳເລັດໂດຍໄວເພື່ອນຳສັນຍາການຄ້າ 2 ຝ່າຍເຂົ້າສູ່ຜັນຂະຫຍາຍ, ສົ່ງເສີມການເຈລະຈາ ແລະ ເຊັນສັນຍາລົງທຶນ 2 ຝ່າຍ, ພ້ອມທັງຢືນຢັນວ່າ ຕີມໍຕາເວັນອອກ ຈະສ້າງທຸກເງື່ອນໄຂໃຫ້ແກ່ວິສາຫະກິດ ຫວຽດນາມ ຫລາຍກ່ວາອີກ ໃນນັ້ນມີ Viettel ເຄື່ອນໄຫວຢູ່ ຕີມໍຕາເວັນອອກ.

ຕອບກັບ

ຂ່າວ/ບົດ​ອື່ນ