ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊິນຫວຽດນາມ

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງ 57 ປີແຫ່ງວັນວິນາດສະກຳທາດພິດສີສົ້ມດີໂອຊິນ (10 ສິງຫາ 1967 – 10 ສິງຫາ 2018), ຕອນເຊົ້າວັນທີ 07 ສິງຫາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບການນຳສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊິນຫວຽດນາມ.
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊິນຫວຽດນາມ - ảnh 1(ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບການນຳສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊິນຫວຽດນາມ)

ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ,  ສະມາຄົມໄດ້ຜ່ານຜ່າຄວາມຫຍຸ້ງຍາກຫຼາຍຢ່າງ, ເປັນເຈົ້າການ, ມີຫົວຄິດປະດິດສ້າງຜັນຂະຫຍາຍວຽກງານຫຼາຍດ້ານ, ປະຕິວັດໜ້າທີ່ການເມືອງ, ສັງຄົມເປັນຢ່າງດີ. ສະມາຄົມກໍ່ຕັ້ງໜ້າເຂົ້າຮ່ວມການຕໍ່ສູ້ທວງເອົາຄວາມຍຸຕິທຳ ແລະ ບັນລຸໄດ້ຜົນງານສຳຄັນ, ດຶງດູດຄວາມສົນໃຈຈາກຫາງສຽງສາກົນ… ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ຄະນະພັກແຂວງ, ອຳນາດການປົກຄອງທ້ອງຖິ່ນຕ່າງໆ, ບັນດາວິສາຫະກິດ, ສ່ວນບຸກຄົນຮ່ວມແຮງຮ່ວມໃຈແບ່ງປັນກັບບັນດາຜູ້ປະສົບເຄາະຮ້າຍ ເພື່ອໄດ້ຮັບບັນດາບຸລິມະສິດຂອງພັກ, ລັດ; ສະໜັບສະໜູນການຕໍ່ສູ້ທວງເອົາຄວາມຍຸຕິທຳໃຫ້ແກ່ບັນດາຜູ້ປະສົບເຄາະຮ້າຍ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາວ່າ ສະມາຄົມສືບຕໍ່ປ່ຽນແປງໃໝ່ການເຄື່ອນໄຫວ, ປະກອບສ່ວນຫຼາຍກວ່າອີກໃນການໜູນຊ່ວຍບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊິນ, ປະຕິບັດສຳເລັດໜ້າທີ່ເຊິ່ງພັກ, ລັດມອບໝາຍໃຫ້ເປັນຢ່າງດີ.

ຕອບກັບ

ຂ່າວ/ບົດ​ອື່ນ