ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫງວຽນ​ຊວນ​ຟຸກ ​ພົບ​ປະ​ກັບ​ທ່ານປະ​ທານ​ສະ​ພາ​ແຫ່ງ​ຊາດ ຊູ​ແອດ Andreas Norlen

(VOVWORLD) -ຕອນບ່າຍວັນ ທີ 28 ພຶດສະພາ ຕາມເວລາທ້ອງຖິ່ນ, ກົງກັບຕອນຄ່ຳວັນທີ 28 ພຶດສະພາຕາມເວລາຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຈະອອກຈາກ ຊູແອດ ກັບເມືອປະເທດ, ສິ້ນສຸດການຢ້ຽມຢາມ ຊູແອດ ຢ່າງຈົບງາມ.
ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫງວຽນ​ຊວນ​ຟຸກ ​ພົບ​ປະ​ກັບ​ທ່ານປະ​ທານ​ສະ​ພາ​ແຫ່ງ​ຊາດ ຊູ​ແອດ Andreas Norlen - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ມີການພົບປະກັບທ່ານປະທານສະພາແຫ່ງຊາດ ຊູແອດ Andreas Norle (ພາບ: ທົ້ງເຍີດ/TTXVN) 

  ວັນທີ 28 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ມີການພົບປະກັບທ່ານປະທານສະພາແຫ່ງຊາດ ຊູແອດ Andreas Norlen. ສອງຝ່າຍເຫັນດີເປັນເອກະພາບໄດ້ຫຼາຍມາດຕະການເພື່ອແນໃສ່ຊຸກຍູ້ການພົວພັນສອງຝ່າຍພັດທະນາຢ່າງເລິກກ້ວາງ ກວ່າອີກບົນຈິດໃຈຄູ່ຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມີຄວາມປາດຖະໜາວ່າ ສະພາແຫ່ງຊາດສອງປະເທດຈະສືບຕໍ່ແລກປ່ຽນ, ຮ່ວມມືກັນ, ໜູນຊ່ວຍຜັນຂະຫຍາຍບັນດາຂໍ້ຕົກລົງ ແລະ ກຳນົດທິດຮ່ວມມືໃໝ່ລະຫວ່າງສອງປະເທດ. ສະພາແຫ່ງຊາດສອງປະເທດພິຈາລະນາສ້າງຕັ້ງກຸ່ມສະມາຊິກລັດຖະສະພາມິດຕະພາບ ຫວຽດນາມ - ຊູແອດ, ປະກອບສ່ວນຊຸກຍູ້ການຮ່ວມມືລະຫວ່າງສອງສະພາແຫ່ງຊາດ.

ສ່ວນທ່ານປະທານສະພາແຫ່ງຊາດ ຊູແອດ Andreas Norlen ຊີ້ແຈ້ງວ່າສະພາແຫ່ງຊາດ ຊູແອດຈະສະໜັບສະໜູນ ແລະ ມານະພະຍາຍາມຊຸກຍູ້ເພື່ອລົງນາມ ແລະ ໃຫ້ສັດຕະຍາບັນສັນຍາການຄ້າເສລີລະຫວ່າງ ຫວຽດນາມ - ສະຫະພາບ ເອີລົບ (EVFTA) ແລະ ສັນຍາອາລັກຂາການລົງທຶນລະຫວ່າງ ຫວຽດນາມ ແລະ ສະຫະພາບ ເອີລົບ(EVIPA) ໂດຍໄວ ເພື່ອຜົນປະໂຫຍດຂອງທຸກໆຝ່າຍ.

ແລະກໍໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໄປຢ້ຽມຢາມຮູບແບບການຜະລິດບາງກຸ່ມບໍລິສັດໃຫຍ່ຂອງ ຊູແອດ ນັ້ນແມ່ນ Ericsson ແລະ  Stockholm Exergi. ໃນນັ້ນ, ກຸ່ມບໍລິສັດ Ericsson ມີໜ້າຢູ່ຫວຽດນາມນັບແຕ່ປີ 1993 ມາຮອດປັດຈຸບັນ ແລະ ພວມໃນໄລຍະພັດທະນາ ແລະ ທະວີຄຸນເຕັກໂນໂລຢີີ 5G ອອກສູ່ໂລກ ແລະ ປາດຖະໜາຢາກຮ່ວມມືກັບຫວຽດນາມໃນຂົງເຂດນີ້. 

ຕອນບ່າຍວັນ ທີ 28 ພຶດສະພາ ຕາມເວລາທ້ອງຖິ່ນ, ກົງກັບຕອນຄ່ຳວັນທີ 28 ພຶດສະພາຕາມເວລາຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຈະອອກຈາກ ຊູແອດ ກັບເມືອປະເທດ, ສິ້ນສຸດການຢ້ຽມຢາມ ຊູແອດ ຢ່າງຈົບງາມ.

ຕອບກັບ

ຂ່າວ/ບົດ​ອື່ນ