ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ນິວຊີແລນ

(VOVWORLD) - ລັດຖະບານ ຫວຽດນາມ ກໍ່ມະນາພະຍາຍາມໃນການປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ນິວຊີແລນ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ນິວຊີແລນ

ໂດຍສືບຕໍ່ການເຄື່ອນໄຫວຕ່າງໆໃນການຢ້ຽມຢາມ ນິວຊີແລນ ຢ່າງເປັນທາງການ, ຕອນເຊົ້າວັນທີ 13 ມີນາ, ຢູ່ ນະຄອນ Auckland, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ນິວຊີແລນ. ກ່າວຄຳເຫັນທີ່ເວທີປາໄສ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: ລັດຖະບານ ຫວຽດນາມ ກໍ່ມະນາພະຍາຍາມໃນການປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ: ວິສາຫະກິດ ນິວຊີແລນ ທີ່ເຂົ້າໄປ ຫວຽດນາມ ບໍ່ພຽງແຕ່ແມ່ນໄປຫາຕະຫຼາດທີ່ມີພົນລະເມືອງເກືອບ 100 ລ້ານຄົນເທົ່ານັ້ນ ຫາກຍັງໄດ້ໄປຫາປະຕູເຂົ້າຕະຫຼາດ ອາຊຽນ ທີ່ມີພົນລະເມືອງ 600 ລ້ານຄົນອີກດ້ວຍ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ:

        “ສະພາບການລົງທຶນຮ່ວມມື, ທຳມາຫາກິນ, ຮ່ວມມື ຢູ່ ຫວຽດນາມ ໄດ້ພັດທະນາເປັນຢ່າງດີ ແລະ ຕໍ່ເນື່ອງ. ສະພາບແວດລ້ອມແຫ່ງການລົງທຶນໃນໄລຍະຜ່ານມາໄດ້ຮັບການປັບປຸງ. ປະຈຸບັນ, ລັດຖະບານ ຫວຽດນາມ ສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດໃຫ້ດີກ່ວາອີກ ເພື່ອດຶງດູດການລົງທຶນພາຍໃນປະເທດ ແລະ ຕ່າງປະເທດຫຼາຍກ່ວາ, ມີຄຸນນະພາບກ່ວາ, ຮັບປະກັນສິດຜົນປະໂຫຍດໃຫ້ແກ່ບັນດານັກລົງທຶນໃນທຸກຂົງເຂດເຊິ່ງກົດໝາຍ ຫວຽດນາມ ໄດ້ປະກາດ.”

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ນິວຊີແລນ - ảnh 2 ວິສາຫະກິດ 2 ປະເທດລົງນາມສັນຍາຮ່ວມມືຕ່າງໆໃນຂອບເຂດເວທີປາໄສ

        ທ່ານນາຍົກລັດຖະມົນຕີ ກໍ່ປາດຖະໜາວ່າ ນິວຊີແລນ ຊຸກຍູ້ການຮ່ວມມືໃນບັນດາຂົງເຂດເຊິ່ງນິວຊີແລນ ມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ:

        “ຂ້າພະເຈົ້າປາດຖະໜາວ່າ ບັນດາຄູ່ຮ່ວມມື, ບັນດາວິສາຫະກິດ ຂອງ ນິວຊີແລນ ຈະປຶກສາຫາລື, ພິຈາລະນາກັບວິສາຫະກິດ ຫວຽດນາມ ດ້ວຍເງື່ອນໄຂໃໝ່, ນັ້ນແມ່ນເງື່ອນໄຂເຊິ່ງສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມ ປາຊີຟິກ (CPTPP) ເຊິ່ງ 2 ປະເທດເປັນສະມາຊິກ ແລະ ສັນຍາຫາກໍ່ໄດ້ຮັບການລົງນາມ.”

        ທີ່ເວທີປາໄສນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕອບຄຳຖາມໂດຍກົງກ່ຽວກັບບັນດາບັນຫາເຊິ່ງວິສາຫະກິດ ນິວຊີແລນ ຍົກອອກມາກ່ຽວກັບນະໂຍບາຍປັບປຸງສະພາບແວດລ້ອມແຫ່ງການລົງທຶນຂອງ ຫວຽດນາມ, ກ່ຽວກັບນະໂຍບາຍດຶງດູດການລົງທຶນພັດທະນາພື້ນຖານໂຄງລ່າງ.

ຕອບກັບ

ຂ່າວ/ບົດ​ອື່ນ