ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບການນຳຫຼັກແຫຼ່ງແຂວງ ກວາງບີ່ງ

(VOVWORLD) - ບັນລຸລະດັບດີພໍສົມຄວນ, ພິເສດແມ່ນໃນສະພາບການ ແຂວງ ກວາງບີ່ງ ແມ່ນແຂວງຖືກຜົນສະທ້ອນຫຼາຍຢ່າງຈາກໄພທຳມະຊາດ ແລະ ຖືກເສຍຫາຍໜັກໜ່ວງຈາກກໍລະນີມົນລະພິດທະເລກ່ອນນີ້.
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບການນຳຫຼັກແຫຼ່ງແຂວງ ກວາງບີ່ງ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານທີ່ການເຮັດວຽກກັບການນຳຫຼັກແຫຼ່ງແຂວງ ກວາງບີ່ງ

ຕອນບ່າຍວັນທີ 26 ສິງຫາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານທີ່ການເຮັດວຽກກັບການນຳຫຼັກແຫຼ່ງແຂວງ ກວາງບີ່ງ. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາຄາສູງອົງຄະນະພັກ, ອຳນາດການປົກຄອງແຂວງ ກວາງບີ່ງ ມີຄວາມສາມັກຄີ, ຕິດພັນກັບບັນດາແຜນນະໂຍບາຍຂອງສູນກາງ ແລະ ລັດຖະບານໃນການຊີ້ນຳບໍລິຫານ, ປ່ຽນແປງໃໝ່ການພັດທະນາ, ຄວາມມານະພະຍາຍາມໃນບັນດາການເຄື່ອນໄຫວສົ່ງເສີມດຶງດູດການລົງທຶນ. ດັ່ງນັ້ນ, ແຂວງບັນລຸໄດ້ໝາກຜົນດ້ານເສດຖະກິດ ສັງຄົມຮອບດ້ານໃນໄລຍະຜ່ານມາ, ໃນນັ້ນ ມີຫຼາຍມາດຕະຖານຄືລາຍຮັບງົບປະມານ, ການເຕີບໂຕ…ບັນລຸລະດັບດີພໍສົມຄວນ, ພິເສດແມ່ນໃນສະພາບການ ແຂວງ ກວາງບີ່ງ ແມ່ນແຂວງຖືກຜົນສະທ້ອນຫຼາຍຢ່າງຈາກໄພທຳມະຊາດ ແລະ ຖືກເສຍຫາຍໜັກໜ່ວງຈາກກໍລະນີມົນລະພິດທະເລກ່ອນນີ້. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ແຂວງ ຄວນສືບຕໍໍ່ຊຸກຍູ້ການພັດທະນາທ່າແຮງດ້ານການທ່ອງທ່ຽວ, ຍູ້ແຮງການດຶງດູດການລົງທຶນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ປະກອບຄຳເຫັນກ່ຽວກັບບາງຂໍ້ສະເໜີແນະຂອງແຂວງ ກ່ຽວກັບການພັດທະນາໄຟຟ້າພະລັງງານແສງຕາເວັນ, ພັດທະນາພື້ນຖານໂຄງລ່າງ, ຊຸກຍູ້ການພັດທະນາເສດຖະກິດສັງຄົມຂອງແຂວງ.

ຕອບກັບ

ຂ່າວ/ບົດ​ອື່ນ