ນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຕ້ອນຮັບເອກອັກຄະລັດຖະທູດ ແບນຊິກ

ນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຕ້ອນຮັບເອກອັກຄະລັດຖະທູດ ແບນຊິກ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ
ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ​ແບນ​ຊິກ
(ພາບ: nguyentandung.org)


(vovworld) -     ຕອນ​ບ່າຍ​ວັນ​ທີ 27/11, ຢູ່​ຫ້ອງ​ວ່າການ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ​ແບນ​ຊິກ Bruno Angelet ​ເຂົ້າ​ຢ້ຽມຂໍ່ານັບ​ຕາມ​ພິທີການ​ທູດ ​ເນື່ອງ​ໃນ​ໂອກາດ​ທີ່​ທ່ານ​ມາ​ຮັບ​ໜ້າ​ທີ່​ວຽກ​ງານ​ໃໝ່​ຢູ່​ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຢືນຢັນ​ວ່າ ຫວຽດນາມ ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາກ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ກັບ​ແບນ​ຊິກ ​ໃນ​ທຸກ​ຂົງ​ເຂດ ​ເພື່ອ​ຜົນ​ປະ​ໂຫຍ​ດອັນ​ແທດ​ຈິງ ​ແລະ ການ​ພັດທະນາ​ລວມຂອງທັງ​ສອງ​ປະ​ເທດ. ທ່ານ​ນາຍົກລັດຖະມົນຕີ​ໄດ້ສະ​ເໜີ​ວ່າ ຫວຽດນາມ ​ແລະ ​ແບນ​ຊິກ ຄວນ​ຂຸດ​ຄົ້ນ​ບັນດາ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ຂອງ​ກັນ​ ເພື່ອ​ຊຸກຍູ້​ການ​ຮ່ວມ​ມື ​ແລະ ພັດທະນາ, ພິ​ເສດ​ໃນ​ຂົງ​ເຂດ​​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ວິທະຍາສາດ - ​ເຕັກ​ໂນ​ໂລ​ຊີ, ການ​ສຶກສາ​ບຳລຸງ​ສ້າງ. ທ່ານ​ນາຍົກລັດຖະມົນຕີຢືນຢັນ​ວ່າ: ລັດຖະບານ​ຫວຽດນາມ ຈະ​ສ້າງ​ທຸກເງື່ອນ​ໄຂ​ສະດວກ ​ເພື່ອ​ໃຫ້​ທ່ານ​ເອກ​ອັກຄະ​ລັດຖະທູດ Bruno Angelet ສຳ​ເລັດ​ໜ້າ​ທີ່ວຽກ​ງານຂອງ​ຕົນ​ຢູ່​ຫວຽດນາມ.

ສ່ວນ​ທ່ານ​ເອກ​ອັກຄະ​ລັດຖະທູດ​ແບນ​ຊິກ Bruno Angelet ກໍຢືນຢັນ​ວ່າ ຈະ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​​ເພື່ອ​ແນ​ໃສ່​ປະຕິບັດ​ບົດບາດ​ເປັນ​ຂົວ​ເຊື່ອມ​ຕໍ່​ມິດຕະພາບ ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ​ແລະ ​ແບນ​ຊິກ ​ໃນ​ທຸກ​ຂົງ​ເຂດ, ພິ​ເສດ​ແມ່ນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ.

ຂ່າວ/ບົດ​ອື່ນ